ງານບຸນຕ່າງໆໃນທົ່ວ ປະເທດຫວຽດນາມ


ງານບຸນຕ່າງໆໃນທົ່ວ ປະເທດຫວຽດນາມ - ảnh 1

ເຂດ​ທ່ອງ​ທ່ຽວ​ຈ່າງ​ອານ-​ບາຍ​ດິງ

(ພາບ: Thanh Hà - TTXVN)

 (vovworld)- ​ຕອນ​ເຊົ້າວັນ​ທີ 5/2, ກົງ​ກັບ​ວັນ​ທີ 6 ​ເດືອນ​ຈຽງ​ໄລ່ຕາມ​ຈັນທະ​ປະຕິ​ທິນຫວຽດນາມ ​ໄດ້​ໄຂ​ງານ​ບຸນ​ວັດ​ບາຍ​ດິງ ຢູ່​ແຂວງ​ນິງບິງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ກອງ​ໄຂ​ງານ​ບຸນ ​ແລະ ພ້ອມ​ກັບ ປຊຊ, ​ແຂກ​ທ່ອງ​ທ່ຽວ​ເຂົ້າຮ່ວມ​ພີ​ທີ​ປ່ອຍ​ນົກ, ພາວະນາ​ຂໍ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ, ປຊຊ ຢູ່​ເຢັນ​ເປັນ​ສຸກ. ງານ​ບຸນ​ວັດ​ບາຍ​ດິງ ປີ​ນີ້ຈະ​ແກ່​ຍາວຮອດ​ທ້າຍ​ເດືອນ 3 ໄລ່ຕາມ​ຈັນທະ​ປະຕິ​ທິນຫວຽດນາມ. ​ໃນ​ຊຸມ​ວັນ​ຈັດ​ງານບຸນ, ນອກຈາກ​ການ​ໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ວັດ​ບາຍ​ດິງ ​ແລະ ​ເຂ​ດທັດສະນີ​ຍະ​ພາບ​ຈ່າງ​ອານ, ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ຍັງ​ຈະ​ໄດ້ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ຕີ​ກອງ, ສະ​ແດງ​ຂັບ​ແຈ່ວ​ບູຮານ, ບັນດາ​ລາຍການ​ວັດທະນະທຳ, ສິລະ​ປະ​ພື້ນ​ເມືອງພິ​ເສດ​ເປັນ​ເອກ​ກະ​ລັກສະ​ເພາະ​ຂອງ​ທ້ອງ​ຖິ່ນ​ຕ່າງໆ….

  ​ໃນ​ວັນ​ດຽວ​ກັນ, ​ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂ​ງານ​ບຸນ​ວັດ​ເຮືອງ 2014, ​ ​ງານ​ບຸນ​ວິຫານ​ໂກ້​ລວາ ​ແລະ ງານ​ບຸນ​ວິຫານ​ຊອກ ທີ່​ເມືອງ​ຊອກ​ເຊີນ-​ຮ່າ​ໂນ້ຍ. ທ່ານ​ຫງວຽນ​ນາມ​ຍໍ, ຜູ້ອຳນວຍການ​ຄະນະ​ຄຸ້ມ​ຄອງ​ມໍລະດົກ​ວິ​ຫານ​ຊອກ ​ໃຫ້​ຮູ້​ວ່າ:

   “ສຳລັບ​ຂັ້ນຕອນ​ຈັດງານ​ບຸນ​ປີ​ນີ້​ມີ​ຈຸດ​ໃຫ່ມອຽມ​ຫຼາຍ​ຢ່າງ​ຄື: ມີ​ການຈັດຕັ້ງ​ຕີ​ກອງ, ສະ​ແດງ​ຂັບເພງ​ພື້ນ​ເມືອງ ພາຍ​ຫລັງຂັນ​ຕອນ​ຈັດ​ລວມມີພິທີ​ຮ້ອງ​ເພງ​ພື້ນ​ເມືອງ, ຟ້​ອນສິງໂຕ ຊື່​ງຈັດ​ຂຶ້ນ​ລະຫວ່າງ​ບ້ານ​ຕ່າ​ງໆ​ນຳ​ກັນ. ປີ​ນີ້, ປຊຊ ​ເປັນ​ຜູ້​ຈັດຕັ້ງ, ສະນັ້ນ, ການ​​ເຄື່ອນ​ໄຫວ​ດຳ​ເນີນ​ຖືກຕ້ອງ​ຕາມ​ຮີດ​ຄອງ​ປະ​ເພນີ ​ແລະ ຈັດຕັ້ງຂຶ້ນ​​ໄວ​ກ່ວາທຸກໆປີ“./.

ຂ່າວ/ບົດ​ອື່ນ