ງານບຸນຕາມທ້ອງຖະໜົນ ເຫ້ວ ເຂັ້ມຂົ້ນສີສັນວັດທະນະທຳ

(VOVWORLD) - ໂດຍໄດ້ຮັບການຈັດຕັ້ງເປັນເວລາ 3 ວັນ, ແຕ່ວັນທີ 26 – 28 ມິຖຸນາ, ງານບຸນຕາມທ້ອງຖະໜົນປີນີ້ໄດ້ແນະນຳເຖິງມະຫາຊົນບັນດາຈຸດທີ່ເປັນເອກະລັກສະເພາະທາງດ້ານດົນຕີ...
ງານບຸນຕາມທ້ອງຖະໜົນ ເຫ້ວ ເຂັ້ມຂົ້ນສີສັນວັດທະນະທຳ - ảnh 1ການສະແດງທີ່ເຂັ້ມຂົ້ນສີສັນວັດທະນະທຳທີ່ Festival ເຫ້ວ 2022

ໃນຂອບເຂດສັບປະດາ Festival ເຫ້ວ 2022, ງານບຸນຕາມທ້ອງຖະໜົນດ້ວຍຫົວຂໍ້ “ສີສັນວັດທະນະທຳ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 26 ມິຖຸນາ.  ໂດຍໄດ້ຮັບການຈັດຕັ້ງເປັນເວລາ 3 ວັນ, ແຕ່ວັນທີ 26 – 28 ມິຖຸນາ, ງານບຸນຕາມທ້ອງຖະໜົນປີນີ້ໄດ້ແນະນຳເຖິງມະຫາຊົນບັນດາຈຸດທີ່ເປັນເອກະລັກສະເພາະທາງດ້ານດົນຕີ, ວາດຟ້ອນຂອງບັນດາຄະນະສິລະປະກອນທີ່ມາຈາກບັນດາເຂດ, ພາກໃນທົ່ວປະເທດ ແລະ ສາກົນ.

        ກ່າວຄຳເຫັນໄຂງານບຸນ, ທ່ານ ຮວີ່ງຕ່ຽນດາດ, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງ Festival ເຫ້ວ 2022 ໃຫ້ຮູ້ວ່າ:

        “ງານບຸນຢູ່ຕານທ້ອງຖະໜົນຖືກຈັດເປັນຫຼາຍມື້, ແຕ່ລະມື້ໄດ້ມີບັນດາການເຄື່ອນໄຫວທີ່ແຕກຕ່າງກັນ. ພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງລາຍການສະແດງລະຄອນ ຕ່ວງພະລາດຊະວັງ ທີ່ມີຊື່ວ່າ “ງ່ານເຊຶອເອີມວ້ອງ” (ແປວ່າກັງວານນັບພັນປີ). ນອກຈາກນັ້ນ, ກໍ່ມີການສະແດງຂອງບາງປັດໄຈວັດທະນະທຳທີ່ເປັນເອກະລັກສະເພາະຂອງເຫ້ວ, ນັ້ນແມ່ນວ່າວ ເຫ້ວ ແລະ ຊຸດເສື້ອຍາວເຫ້ວ, ເພື່ອສະແດງບັນດາຈຸດຍອດຍິ່ງດ້ານສິລະປະກຳໃນພະລາດຊະວັງ, ໃນປະຊາຊົນ. ທັງໝົດເຫຼົ່ານັ້ນຈະສ້າງສີສັນໃໝ່ໃຫ້ແກ່ງານບຸນຢູ່ຕາມທ້ອງຖະໜົນຂອງ Festival ປີນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ