ງານບຸນທ້ອງຖະໜົນ “ສີສັນວັດທະທຳ”

(VOVWORLD) - ງານບຸນປີນີ້ໂດຍມີການເຂົ້າຮ່ວມຂອງນັກສິລະປະການຢູ່ພາຍໃນ ແລະ ຕ່າງປະເທດກວ່າ 500 ຄົນ.
ງານບຸນທ້ອງຖະໜົນ “ສີສັນວັດທະທຳ” - ảnh 1ນັກສະແດງເຂົ້າຮ່ວມພິທີໄຂງານບຸນ “ແມ່ນ້ຳ ຕາມຢາງ”
(ພາບ: dangcongsan.vn)

ໃນຂອບເຂດສັບປະດາ Festival ສະແດງສິລະປະສາກົນ ເຫ້ວ 2024 (07 – 12 ມິຖຸນາ), ຕອນບ່າຍວັນທີ 08 ມິຖຸນາ, ໄດ້ຈັດງານບຸນທ້ອງຖະໜົນດ້ວຍຫົວຂໍ້ “ສີສັນວັດທະນະທຳ”. ງານບຸນປີນີ້ໂດຍມີການເຂົ້າຮ່ວມຂອງນັກສິລະປະການຢູ່ພາຍໃນ ແລະ ຕ່າງປະເທດກວ່າ 500 ຄົນ. ສິ່ງທີ່ໜ້າສົນໃຈ, ມີຫຼາຍກຸ່ມນັກສິລະປິນສາກົນກໍ່ເຂົ້າຮ່ວມງານບຸນ, ຄື: ຄະນະນັກສິລະປິນ Kobugakudan URAKAJI – Okinawa (ຍີ່ປຸ່ນ); ຄະນະຕີກອງ ສ.ເກົາຫຼີ; ກຸ່ມເຕັ້ນ Hip hop ນະຄອນ Yanpyeong Cergy (ສ.ຝລັ່ງ)…

ໃນບັນດາສະໄໝ Festival ເຫ້ວ, ງານບຸນທ້ອງຖະໜົນແມ່ນເຫດການວັດທະນະທຳໃຫຍ່ທີ່ມີຄວາມໝາຍ, ບໍ່ພຽງແຕ່ຢືນຢັນ ແລະ ເຊີດຊູຄຸນຄ່າວັດທະນະທຳ ເຫ້ວ ເວົ້າສະເພາະ ແລະ ວັດທະນະທຳ ຫວຽດນາມ ເວົ້າລວມເທົ່ານັ້ນ, ຫາກຍັງແມ່ນແຫ່ງເຕົ້າໂຮມ ແລະ ພົວພັນແລກປ່ຽນວັດທະນະທຳລະຫວ່ງບັນດາພື້ນຖານວັດທະນະທຳຂອງຫຼາຍປະເທດຢູ່ພາກພື້ນ ແລະ ໃນໂລກອີກດ້ວຍ. ງານບຸນທ້ອງຖະໜົນຈະອັດລົງໃນວັນທີ 10 ມິຖຸນາ.

ແລະກໍ່ໃນຂອບເຂດຂອງສັບປະດາ Festival ສະແດງສິລະປະສາກົນ ເຫ້ວ 2024, ຕອນຄ່ຳວັນທີ 08 ມິຖຸນາ, ຢູ່ຕາແສງ ກວາງເລີຍ, ເມືອງ ກວາງດ່ຽນ, ແຂວງ ເທື່ອທຽນ - ເຫ້ວ, ຄະນະກຳມະການປະຊາຊົນເມືອງ ກວາງດ່ຽນ ໄດ້ໄຂງານບຸນ “ແມ່ນ້ຳ ຕາມຢາງ”.

ຕອບກັບ

ຂ່າວ/ບົດ​ອື່ນ