ງານບຸນທີ່ເປັນມູນເຊື້ອ ແບັກດັ່ງ ປີ 2021, ປຸກລຸກມູນເຊື້ອການສຶກສາບັນດາຄຸນຄ່າປະຫວັດສາດໃຫ້ແກ່ລຸ້ນໜຸ່ມ

(VOVWORLD) -ງານບຸນປີ 2021 ໄດ້ຈັດຂຶ້ນໃນລະດັບແຂວງ, ເຊິ່ງແມ່ນໜຶ່ງໃນຈຳນວນ 88 ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຂອງແຂວງ ກວາງນິງ ປີ 2021.
ງານບຸນທີ່ເປັນມູນເຊື້ອ ແບັກດັ່ງ ປີ 2021, ປຸກລຸກມູນເຊື້ອການສຶກສາບັນດາຄຸນຄ່າປະຫວັດສາດໃຫ້ແກ່ລຸ້ນໜຸ່ມ - ảnh 1ງານບຸນເປັນການຢັ້ງຢືນຄວາມໝາຍ ແລະ ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະ ແບັກດັ່ງ
(ພາບ: TTXVN)

ວັນທີ 18 ເມສາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ແບັກດັ່ງ, ເທດສະບານ ກວາງອຽນ, ແຂວງ ກວາງນິງ, ໄດ້ຈັດງານບຸນທີ່ເປັນມູນເຊື້ອ ແບັກດັ່ງ ສະເຫຼີມສະຫຼອງ 1083 ປີ (938-2021); 1040 ປີ (981-2021) ແລະ 733 ປີ 1288-2021) ໄຊຊະນະ ແບັກດັ່ງ. ງານບຸນເປັນການຢັ້ງຢືນຄວາມໝາຍ ແລະ ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະ ແບັກດັ່ງ ໃນພາລະກິດຕໍ່ສູ້, ຕ້ານສັດຕູຜູ້ຮຸກຮ້ານ, ປຸກລຸກມູນເຊື້ອການສຶກສາ ກ່ຽວກັບບັນດາຄຸນຄ່າປະຫວັດສາດ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງໄວໜຸ່ມ.

     ງານບຸນປີ 2021 ໄດ້ຈັດຂຶ້ນໃນລະດັບແຂວງ, ເຊິ່ງແມ່ນໜຶ່ງໃນຈຳນວນ 88 ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຂອງແຂວງ ກວາງນິງ ປີ 2021. ງານບຸນໄດ້ສຸມໃສ່ດຳເນີນຢູ່ເຂດໃຈກາງປູຊະນີຍະສະຖານແຫ່ງຊາດພິເສດ ແບັກດັ່ງ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ໄຂງານບຸນ ແບັກດັ່ງ ທີ່ເປັນມູນເຊື້ອ, ລາຍການສະແດງສິລະປະ, ພິທີແຫ່ຮູບປັ້ນ… ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວກະຕຸ້ນການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວ. ງານບຸນນີ້ຈະຈັດຂຶ້ນຮອດວັນທີ 20 ເມສາ 2021 ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ