ງານບຸນບູຊາປ່າ ນ່າເຫົ້າ, ແຂວງ ອຽນບ໊າຍ ທີ່ເປັນເອກະລັກສະເພາະ

(VOVWORLD) -ເພື່ອອະນຸລັກຮັກສາ ປ່າ ກໍ່ຄືອະນຸລັກຮີດຄອງປະເພນີທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ຢູ່ຕາແສງ ນ່າເຫົາ, ແຕ່ລະປີ, ປະຊາຊົນໃນຕາແສງໄດ້ຈັດງານບຸນບູຊາ ປ່າ ນີ້.
ງານບຸນບູຊາປ່າ ນ່າເຫົ້າ, ແຂວງ ອຽນບ໊າຍ ທີ່ເປັນເອກະລັກສະເພາະ - ảnh 1ງານບຸນ ບູຊາ ປ່າ ນ່າເຫົ້າ
(ພາບ:Tuấn Anh - TTXVN)

ໃນວັນທີ 18 – 19 ກຸມພາ (ກົງກັບວັນທີ 28 – 29 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ຄະນະກຳມະການປະຊາຊົນ ຕາແສງ ນ່າເຫົ້າ, ເມືອງ ວັນອຽນ, ແຂວງ ອຽນບ໊າຍ ໄດ້ຈັດງານບຸນບູຊາ ປ່າ (ບຸນເຕັດປ່າ) ປີ 2023. ເພື່ອອະນຸລັກຮັກສາ ປ່າ ກໍ່ຄືອະນຸລັກຮີດຄອງປະເພນີທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ຢູ່ຕາແສງ ນ່າເຫົາ, ແຕ່ລະປີ, ປະຊາຊົນໃນຕາແສງໄດ້ຈັດງານບຸນບູຊາ ປ່າ ນີ້.

        ງານບຸນໄດ້ເປີດສາກດ້ວຍພິທີແຫ່ເຄື່ອງຂອງບູຊາໄປຍັງເຂດປ່າຫວງຫ້າມ.  ພິທີທີ່ເປັນເອກະລັກສະເພາະ, ສັກກະລະບູຊາໄດ້ຈັດຂຶ້ນຢູ່ທາງເຂົ້າປ່າ, ກ້ອງກົກໄມ້ຫຼາຍປີ. ຈາກນັ້ນ ແມ່ນພາກງານບຸນ, ເຊິ່ງໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ທ່ອງທ່ຽວ, ງານບຸນຕະໜາດນັດ. ພາຍຫຼັງພິທີບູຊາ, ບ້ານຕ່າງໆຂອງຕາແສງ ນ່າເຫົ້າ ໄດ້ຫ້າມຄົນເຂົ້າປ່າເປັນເວລາ 3 ວັນ ເພື່ອຕອບບຸນແທນຄຸນເຈົ້າປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ