ງານບຸນບາລູນສາກົນຄັ້ງທີ 2

(VOVWORLD) - ຕອນເຊົ້າວັນທີ 14 ກຸມພາ, ເມືອງ ມົກເຈົາ, ແຂວງເຊີນລາ, ໄດ້ສົມທົບກັບບໍລິສັດບາລູນ Ballooning Media ຈຳກັດຜູ້ດຽວ ຈັດງານບຸນບາລູນສາກົນ ຄັ້ງທີ 2 ຢູ່ເມືອງມົກເຈົາ.
ງານບຸນບາລູນສາກົນຄັ້ງທີ 2 - ảnh 1 (ງານບຸນບາລູນສາກົນ ຄັ້ງທີ 2 ຢູ່ເມືອງມົກເຈົາ)

ງານບຸນຖືກຈັດຂຶ້ນກົງກັບວັນແຫ່ງຄວາມຮັກ (Valentine), ເຊິ່ງແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະ ດຶງດູດໃຈ, ໄດ້ນຳມາເຊິ່ງການຄົ້ນຫາທີ່ໜ້າຈັບໃຈໃຫ້ແກ່ຜູ້ເຂົ້າຮ່ວມ. ເພື່ອນ ຫງວຽນແທງວີ, ນັກທ່ອງທ່ຽວມາຈາກແຂວງກວາງຫງ້າຍ, ແບ່ງປັນວ່າ.

        “ມາທ່ອງທ່ຽວຢູ່ແຫ່ງນີ້ມ່ວນຫຼາຍ, ນີ້ກໍ່ແມ່ນເທື່ອທຳອິດທີ່ຂ້າພະເຈົາເຂົ້າຮ່ວມງານບຸນບາລູນຄືແນວນີ້. ຖ້າງານບຸນບາລູນສືບຕໍ່ໄດ້ຮັບການຈັດຕັ້ງອີກ, ຂ້າພະເຈົ້າກໍ່ຈະສືບຕໍ່ມາທ່ຽວຢູ່ແຫ່ງນີ້”.

        ກ່ຽວກັບຄວາມໝາຍຂອງງານບຸນບາລູນ, ທ່ານນາງ ຫງວຽນທິຮວາ, ຮອງປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ, ແຂວງເຊີນລາ, ໃຫ້ຮູ້ວ່າ.

        “ເລື່ອງສົມທົບກັນຈັດຕັ້ງງານບຸນບາລູນສາກົນຄັ້ງທີ 2 ຢູ່ເມືອງ ມົກເຈົາ ໃນປີ 2019, ພວກຂ້າພະເຈົ້າປາດຖະໜາຢາກນຳຜະລິດຕະພັນທ່ອງທ່ຽວໃໝ່ທີ່ດຶງດູດໃຈມາໃຫ້ນັກທ່ອງທ່ຽວສາກົນ ເພື່ອສາມາດຊົມທິວທັດທຳມະຊາດທີ່ສວຍງາມຂອງເມືອງມົກເຈົາ, ພິເສດແມ່ນໃນວັນ Valentine ນີ້”.

        ງານບຸນບາລູນສາກົນຄັ້ງທີ 2 ຢູ່ມົກເຈົາ ຖືກດຳເນີນໃນລະຫວ່າງວັນທີ 14 – 16 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ