ງານບຸນປູກຕົ້ນໄມ້ “ຈົດຈຳບຸນຄຸນປະທານ ໂຮ່ຈິມິນຕະຫຼອດໄປ“


ງານບຸນປູກຕົ້ນໄມ້ “ຈົດຈຳບຸນຄຸນປະທານ ໂຮ່ຈິມິນຕະຫຼອດໄປ“ - ảnh 1

(ພາບ: thainguyencity.gov.vn)

(vovworld)- ​​​ ວັນ​ທີ 10/2, ຢູ່​ເມືອງ​ວໍ້​ຍາຍ ​ແລະ ນະຄອນ​ທາຍ​ງວຽນ ​ແຂວງ​ທາຍ​ງວຽນ ​ໄດ້​ຈັດ​ພິທີ​ປຸກລະດົມງານ​ບຸນ​ປູກ​ຕົ້ນ​ໄມ້​ “ຈົດ​ຈຳ​ບຸນຄຸນ​ປະ​ທານ​ໂຮ່ຈິ​ມິນ​ຕະຫຼອດ​ໄປ“ ລະດູບານ​ໃໝ່​ປີ​ມະ​ເມຍ 2014. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ປູກ​ຕົ້ນ​ໄມ້​ຂຽວ​ກ່ວາ 2000 ຕົ້ນຢູ່​​ໂນນ​ພູຕົ້ນ​ໄມ້​ຂອງ​ກອງ​ບັນ​ຊາ​ການ​ທະຫານ​ເມືອງ​ວໍ້​ຍາຍ ​ແລະ 200 ຕົ້ນຢູ່​ເຂດ​ໃຈກາງສູນ​ກິລາ​ກາ​ຍະ​ກຳ​ເມືອງ​ຟູ​ຊາ ນະຄອນ​ທາຍ​ງວຽນ.

   ​ເພື່ອ​ຕອບ​ສະໜອງ​ຂະ​ບວນການງານ​ບຸນ​ປູກ​ຕົ້ນ​ໄມ້​ ​ໂດຍປະ​ທານ​ໂຮ່ຈິ​ມິນ​ ປຸກລະດົມ​ນັ້ນ, ປຊຊ ທຸກ​ຊັ້ນວັນນະ​​ໃນແຂວງ​ວິ້ງ​ຟຸກ ​ໄດ້ດຳ​ເນີນ​ການ​ປູກ​ຕົ້ນ​ໄມ້​ຢ່າງ​ຟົດ​ຟື້ນຢູ່​ບັນດາ​ເສັນທາງ​ຄົມມະນາຄົມ​ຕົ້ນຕໍ່ ​ແລະ ​ໃນ​ຂອບ​ເຂດ​ບັນດາ​ອົງການ​ສຳນັກງານ, ​ໂຮງຮຽນ. ​ແຂວງ​ວິ້ງ​ຟຸກ ສູ້​ຊົນ​ປູກ​ຕົ້ນ​ໄມ້​ໃຫ້​​ໄດ້ 120.000 ຕົ້ນຢູ່​ນະຄອນ​ວິ້ງ​ອຽນ ​ແລະ ບັນດາ​ເມືອງ​ຕາມ​ດ້າວ, ​ແມ່ນ້ຳ​ໂລ, ຕາມ​ເຢືອງ, ​ເລີບ​ແທກ ​ເພື່ອ​ປະກອບສ່ວນ​​ເຮັດ​ໃຫ້​ທິວ​ທັດ​ທຳ​ມ​ະຊາດຂຽວ-​ສະ​ອາດ ​ແລະ ສວຍ​ງາມ./.

ຂ່າວ/ບົດ​ອື່ນ