ງານບຸນປື້ມຢູ່ຖະໜົນເກົ່າໂຮ້ຍອານ ດຳເນີນໄປ ຢ່າງຟົດຟື້ນ

ງານບຸນປື້ມຢູ່ຖະໜົນເກົ່າໂຮ້ຍອານ ດຳເນີນໄປ ຢ່າງຟົດຟື້ນ - ảnh 1
ຈັດ​ວາງ​ປື້​ມນັບ​ຮ້ອຍ​ຫົວ​ເປັນ​ຮູບ​ວັດຂົວ
(ພາບ: tienphong.vn)


(vovworld) - ​ໂດຍ​ຕອບ​ສະໜອງ​ວັນ​ປື້​ມຫວຽດນາມ, ​ໃນ​ລະຫວ່າງ​ວັນ​ທີ 20 – 23/04, ຢູ່​ນະຄອນ​ໂຮ້ຍອານ, ​ແຂວງ ກວາງ​ນາມ ​ໄດ້​ຈັດ​ວັນ​ບຸນປື້​ມນະຄອນ ດ້ວຍ​​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍ​ດຫຼາຍ​ຢ່າງ. ງານ​ບຸນ​ປື້​ມ​ໄດ້​ຈັດ​ຂຶ້ນ​​ໃນ​ບໍລິ​ເວນ​ຫໍພິພິດ​ຕະພັນ​ນະຄອນ​ໂຮ້ຍອານ ດ້ວຍ​ຮູບ​ການວາງສະ​ແດງ​ປື້​ມທີ່ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ຜູ້​ອ່ານ. ບັນ​ດາ​ຈິດຕະກອນໄດ້ຈັດ​ວາງ​ປື້​ມນັບ​ຮ້ອຍ​ຫົວ​ເປັນ​ຮູບສຸສານ​ປະທານ​ໂຮ່ຈິ​ມິນ; 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ ຫຼື ຮູບ​ວັດຂົວ, ​ເຊິ່ງ​ເປັນສັນຍາລັັກຂອງ​ວັດທະນະທຳ​ໂຮ້ຍອານ. ທ່ານ ຫງວຽນ​ວັນ​ແລງ,  ຫົວໜ້າ​ຄະນະ​ຈັດ​ຕັ້ງ​ວັນ​ບຸນປື້​ມ​ໂຮ້ຍອານ ​ແຂວງ​ກວາງ​ນາມ ​ໃຫ້​ຮູ້​ວ່າ.

 “ຈຸດໝາຍ​ໃຫຍ່​ສຸດ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ ສົ່ງ​ເສີມ​ຂະ​ບວນ​ການ​ອ່ານ​ປື້​ມ​, ຈາກ​ນັ້ນ​ຈະ​ພັດທະນາ​ວັດທະນະທຳ​ການ​ອ່ານ​ຢູ່​ໂຮ້ຍອານ, ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ນິຍົມ​ປື້​ມຂອງ​ຊາວ​ໂຮ້ຍອານ. ພວກ​ຂ້າພະ​ເຈົ້າ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງພວກ​ນ້ອງ​ເຍົາ​ວະ​ຊົນ, ນັກຮຽນ, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ພວກ​ນ້ອງ​ທີ່​ສະໜິດສະໜົມ​ກັບ​ປື້ມ​ກວ່າ”.

ຂ່າວ/ບົດ​ອື່ນ