ງານບຸນປື້ມອ່ານເຂດດິນແດນແຫ່ງບັນພະບຸລຸດ ແລະ ງານວາງສະແດງພາບຖ່າຍສິລະປະກ່ຽວກັບບ້ານເກີດເມືອງນອນ,ປະຊາຊົນ

(VOVWORLD) - ນີ້ແມ່ນປີທີ 2 ທີ່ແຂວງ ຟູ໋ເທາະ ໄດ້ຈັດຕັ້ງງານບຸນປື້ມອ່ານເຂດດິນແດນແຫ່ງບັນພະບຸລຸດ ໃນໂອກາດພິທີໄຫວ້ບູຊາ ເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ ຢູ່ກາງແຈ້ງ
ງານບຸນປື້ມອ່ານເຂດດິນແດນແຫ່ງບັນພະບຸລຸດ ແລະ ງານວາງສະແດງພາບຖ່າຍສິລະປະກ່ຽວກັບບ້ານເກີດເມືອງນອນ,ປະຊາຊົນ - ảnh 1 ງານບຸນປື້ມອ່ານໄດ້ເປີດຮອດວັນທີ 25 ເມສາ ຈຶ່ງຈະອັດລົງ

ວັນທີ 23 ເມສາ (ກົງກັບວັນທີ 8 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ງານບຸນປື້ມອ່ານ ເຂດດິນແດນແຫ່ງບັນພະບຸລຸດ ແລະ ງານວາງສະແດງສິລະປະປີ 2018 ໄດ້ໄຂຂຶ້ນຢູ່ ສະໜາມຫຼວງ ສວນສາທາລະນະ ວັນລາງ, ນະຄອນ ຫວຽດຈີ່, ແຂວງ ຟູ໋ເທາະ. ນີ້ແມ່ນປີທີ 2 ທີ່ແຂວງ ຟູ໋ເທາະ ໄດ້ຈັດຕັ້ງງານບຸນປື້ມອ່ານເຂດດິນແດນແຫ່ງບັນພະບຸລຸດ ໃນໂອກາດພິທີໄຫວ້ບູຊາ ເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ ຢູ່ກາງແຈ້ງ.

        ງານບຸນປື້ມອ່ານເຂດດິນແດນແຫ່ງບັນພະບຸລຸດປີ 2018 ມີຮ້ານວາງສະແດງ 16 ຮ້ານ ຂອງ 13 ຫົວໜ່ວຍແມ່ນບັນດາສຳນັກພິມຈຳໜ່າຍ, ບໍລິສັດປື້ມ,ບໍລິສັດຈຳໜ່າຍ ແລະ ຫົວໜ່ວຍເຄື່ອນໄຫວໃນຂົງເຂດວັດທະນະທຳ, ຖະແຫຼງຂ່າວ ແລະ ສື່ສານ. ມີປື້ມອ່ານປະເພດຕ່າງໆປະມານ 15.000 ຫົວໄດ້ນຳມາວາງສະແດງ, ແນະນຳເຖິງຜູ້ອ່ານ. ງານບຸນປື້ມອ່ານເຂດດິນແດນແຫ່ງບັນພະບຸລຸດປີ 2018 ໄດ້ຈັດຕັ້ງໂດຍຕິດພັນກັບງານວາງສະແດງ, ແນະນຳຜະລິດຕະພັນສິລະປະກ່ວາ 100 ຢ່າງດ້ວຍຫົວຂໍ້ “ບ້ານເກີດເມືອງນອນ, ປະຊາຊົນ ຟູ່ເທາະ”. ງານບຸນປື້ມອ່ານ ແລະ ງານວາງສະແດງພາບຖ່າຍສິລະປະເປີດປະຕູຮອດວັນທີ 25 ເມສາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ