ງານບຸນພາວະນາຂໍໃຫ້ວຽກງານປະມົງໄດ້ຮັບຜົນດີໄດ້ຮັບການຮັບຮູ້ວ່າເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ

ງານບຸນພາວະນາຂໍໃຫ້ວຽກງານປະມົງໄດ້ຮັບຜົນດີໄດ້ຮັບການຮັບຮູ້ວ່າເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ - ảnh 1
ທ່ານ ເລຊວນເທີນ, ຮອງປະທານຄະນະກຳມະການ ປະຊາຊົນແຂວງ ແຄ໋ງຮ່ວາ ມອບໃບຢັ້ງຢືນໃຫ້ຜູ້ຕາງໜ້າບັນດາສາລາບ້ານ.​.​.
(ພາບ: dantri.com.vn)

(vovworld) – ພິທີ​ຕ້ອນຮັບ​ໃບຢັ້ງຢືນ“ງານ​ບຸນພາວະນາຂໍ​ໃຫ້​ວຽກ​ງານ​ການ​ປະມົງ​ໄດ້​ຮັບ​ຜົນ​ດີ​ຢູ່​ແຂວງ​ແຄ໋ງຮ່ວາ” ​ເປັນ​ມໍລະດົກ​ວັດທະນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ , ຖືກ​ດຳ​ເນີນ​ໃນ​ວັນ​ທີ 10/4, ຢູ່​ແຂວງ​ແຄ໋ງຮ່ວາ.

    ງານ​ບຸນ​ພາວະນາຂໍ​ໃຫ້​ວຽກ​ງານ​​ປະມົງ​ໄດ້​ຮັບ​ຜົນ​ດີ ​​ເລີ່​ມມາຈາກ​ປະ​ເພນີ​ໄຫວ້​ບູຊາ ອົງນາມ​ຫາຍ, ຂອງ​ຊາວ​ປະ​ມົງ​​ແຄມ​ທະ​ເລ​ຈາກທິດເໜືອພາກກາງຮອດພາກໃຕ້. ປະຈຸບັນ, ງານບຸນພາວະນາຂໍ​ໃຫ້​ວຽກ​ງານ​ການ​ປະມົງ​ໄດ້​ຮັບ​ຜົນ​ດີຢູ່ແຂວງແຄ໋ງຮ່ວາຍັງຄົງຮັກສາບັນດາພິທີການ​ທີ່. ທ່ານ​ ​ເລ​ວັນ​ຮວາ, ຫົວໜ້າ​ຫ້ອງ​ການ​ວິຊາ​ການ​ວັດທະນະທຳ, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

    “​ແຂວງ​ແຄ໋ງຮ່ວາ​ມີ​ຄຸນຄ່າ​ວັດທະນະທຳ​ທະ​ເລ​, ໝູ່​ເກາະ​ທີ່​ເປັນ​ເອກະ​ລັກສະ​ເພາະຫຼາຍ​ຢ່າງ, ​ໃນ​ນັ້ນ, ພິທີ​ພາວະນາຂໍ​ໃຫ້​ວຽກ​ງານ​ການ​ປະມົງ​ໄດ້​ຮັບ​ຜົນ​ດີແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​​ເຂັ້ມ​ຄົ້ນ​​ໄປ​ດ້ວຍປັດ​ໄຈ​ວັດທະນະທຳ​ທະ​ເລ, ວັດທະນະທຳ​ຈິດ​ວິນ​ຍານ. ຜ່ານ​ງານ​ບຸນນີ້, ​ແຂວງ​ແຄ໋ງຮ່ວາ​ຢາກ​ໂຄສະນາ​ເຜີຍ​​ແຜ່​​ໃຫ້ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ທຸກ​ຄົນ​ເຂົ້າ​ໃຈ​ໄດ້​ບັນດາ​ຄຸນຄ່າ​ຂອງ​ງານ​ບຸນ​ພາວະນາຂໍ​ໃຫ້​ວຽກ​ງານ​ການ​ປະມົງ​ໄດ້​ຮັບ​ຜົນ​ດີ​. ພິເສດ​ແມ່ນ​ຄວາມເປັນ​ເຈົ້າ​ທະ​ເລ, ໝູ່​ເກາະ ຂຸດ​ຄົ້ນ​ທະ​ເລ, ໝູ່​ເກາະຂອງ​ຊາວ​ປະມົງ”

   


ຂ່າວ/ບົດ​ອື່ນ