ງານບຸນລົງທົ່ງນາ: ຈຸດວັດທະນະທຳ ພີເສດສະເພາະຂອງ ຊົນເຜົ່າສ່ວນໜ້ອຍ


ງານບຸນລົງທົ່ງນາ: ຈຸດວັດທະນະທຳ ພີເສດສະເພາະຂອງ ຊົນເຜົ່າສ່ວນໜ້ອຍ - ảnh 1

(ພາບ: vov)

 (vovworld)- ງານ​ບຸນ​ລົງ​ທົ່ງ​ນາ​ຢູ່​ຕາ​ແສງນາ​ໂຮຍ ​ເມືອ​ງບັກ​ຮ່າ ​ແຂວງ​ລາວ​ກາຍ ຈັດ​ຂຶ້ນ​ໃນ​ວັນ​ເພງ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ​ໄດ້​ກາຍ​ເປັນ​ຈຸດ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ໃນ​ໂອກາດ​ຕົ້ນລະດູບານ​ໃໝ່, ປີ​ໃໝ່. ງານ​ບຸນ​ແມ່ນ​ບ່ອນ​ເຕົ້າ​ໂຮ​ມວັດທະນະທຳ​ຂອງ 12 ຊົນ​ເຜົ່າ​ດຳລົງ​ຊີ​ວິດ​ໃນ​ບໍລິ​ເວນ​ຕາ​ແສງ ພ້ອມ​ກັບ​ການ​ເຂົ້າຮ່ວມ​ຂອງ ປຊຊ, ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ພັນ​ຄົນ.

ງານບຸນລົງທົ່ງນາ: ຈຸດວັດທະນະທຳ ພີເສດສະເພາະຂອງ ຊົນເຜົ່າສ່ວນໜ້ອຍ - ảnh 2

(ພາບ: vov)

   ນັບ​​ແຕ່ຮຸ່ງ​ເຊົ້າ, ປຊຊ ບັນດາ​ເຜົ່າ​ໃນ​ຕາ​ແສງ​ນາ​ໂຮຍ ​ໄດ້​ມີໜ້າ​ຢູ່​ສຳນັກງານ​ຄະນະ​ກຳມະການ ປຊຊ ຕາ​ແສງ​ເພື່ອ​ເຂົ້າຮ່ວມ​ງານ​ບຸນ. ງານ​ບຸນ​ລວມມີ 2 ພາກສ່ວນ: ພິທີ ​ແລະ ງານບຸນ. ທ່ານ​ເຈິ່ນດັກ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ ປຊຊ ຕາແສງນາ​ໂຮຍ ​ໃຫ້​ຮູ້​ວ່າ:

   “​ງານ​ບຸນ​ລົງ​ທົ່ງ​ນາ​ອັນ​ເປັນ​ມູນ​ເຊື້ອຂອງ​ຊົນ​ເຜົ່າ​ໄຕ່​ທີ່​ເຂັ້ມຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ. ງານ​ບຸນ​ຊ່ວຍ ປຊຊ ບັນດາ​ເຜົ່າ, ​ໂດຍ​ສະ​ເພາະ​ແມ່ນ​ລຸ່ນໜຸ່ມ​ເຂົ້າ​ໃຈ​ໄດ້​ບັນດາ​ສີສັນ​ຂອງ​ຊົນ​ເຜົ່າ​ຕົນ, ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ເອື້​ຍອຳນວຍ​ຄວາມ​ສະດວກ, ລະດູ​ເດັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ​ແລະ ທຸກ​ຄົນ​ມີ​ສຸຂະພາບ​ແຂງ​ແຮງ.

  ພາຍຫຼັງ​ພິມີ​ບູຊາແມ່ນ​ງານ​ບຸນຊື່​ງ​ໄດ້​ເລີ່​ມຕົ້ນດ້ວຍ​ບັນດາ​ວາດ​ຟ້ອນ ​ແລະ ບັນດາ​ລາຍການ​ສິລະ​ປະ​ພິ​ເສດສະ​ເພາະ​ຂອງ ປຊຊ ​ໃນ​ຕາ​ແສງ​ຄື: ຟ້ອນ​ວີ, ຟ້ອນ​ແພ, ຟ້ອນ​ກຸບ, ຟ້ອນ​ແຊ…​ປ້າ​ວ່າງ​ທິທຸຍ, ບ້ານ​ນາ​ໂຮຍ​ໄຕ່ ​ໃຫ້​ຮູ້​ວ່າ:

  “ສຳລັບ​ຊາວ​ເຜົ່າ​ໄຕ່, ຕ້ອງ​ມີ​ວາດ​ຟ້ອນ​ແຊ​ຈຶ່ງ​ໄປ​ເຮັດ​ວຽກ. ​​ແຕ່ລະ​ປີ, ຕາ​ແສງ​ຈັດການ​ຟ້ອນ​ແຊ​ເພື່ອ​​ໃຫ້ບັນຍາກາດ​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ໂອກາດ​ຕົ້ນລະດູບານ​ໃໝ່, ບັນ​ເທົ່າ​ຄວາມ​ອິດ​ເມື​ອ່ຍ, ຄວາມ​ຫຍຸ້ງຍາກ​ຂອງ​ທັງ​ປີ“./.

 

ຕອບກັບ

ຂ່າວ/ບົດ​ອື່ນ