ງານບຸນລະດູບານໃໝ່ແດງດ້ວຍຂະບວນການ 10 ປີ ແຫ່ງຫານ “ບໍລິຈາກເລືອດ - ເພື່ອຊີວິດມະນຸດ”

ງານບຸນລະດູບານໃໝ່ແດງດ້ວຍຂະບວນການ 10 ປີ ແຫ່ງຫານ “ບໍລິຈາກເລືອດ - ເພື່ອຊີວິດມະນຸດ” - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 18/2, ທີ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ງານ​ບຸນ​ລະ​ດູ​ບານ​ໃໝ່​ແດງ​ຄັ້ງ​ທີ 10 - ປີ 2017. ນີ້​ແມ່ນເຫດ​ການ​ທີ່​ເປັນ​ຂີດ​ໝາຍ 10 ປີ​ແຫ່ງວັນ​ງານ​ບຸນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ. ປີ 2017, ດ້ວຍ​ສານ​ທີ່​ວ່າ “ບໍ​ລິ​ຈາກ​ເລືອດ - ເພື່ອຊີ​ວິດ​ມະ​ນຸດ”, ຄາດ​ວ່າ​ງານ​ບຸນນ​ີ້​ດຶງ​ດູດ​ເກືອບ 30.000 ຄົນ​ເຂົ້າ​ຮ່ວມ, ​ຮັບ​ເອົາເລືອດ​ໄດ້ຢ່າ​ງ​ໜ້ອຍ​ສຸດ​ແມ່ນ​ 8.000 ຖົງ​ເພື່ອຮັບ​ໃຊ້​​ຄວາມ​ຕ້ອງ​ການ​ພະ​ຍາ​ຍາມ​ສຸກ​ເສີນ ແລະ ການ​ປ​ິ​່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ກ່ວາ 170 ແຫ່ງ​​ໃນ​ເຂດພາກ​ເໜື​ອ.  ທີ່​ພິ​ທີ, ທ່​ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽ​ນ​ແທງ​ລອງ ຫວັງ​ວ່າ: ບັນ​ດາ​ແຂວງ, ນະ​ຄອນ ສືບ​ຕໍ່​ຕອບ​ສະ​ໜອງ, ຈັດ​ຕັ້ງ​ງານ​ບຸນ​ລະ​ດ​ູ​ບານ​ໃໝ່​ແດງ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ, ຮຽກ​ຮ້ອງ​ປະ​ຊາ​ຊົນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ​ຢູ່​ທຸກຊ່ວງ​ເວ​ລາ​ໃນ​ປີ​ເພື່ອບໍ່​​ໃຫ້​ຄົນ​ເຈັບ​​ຖືກ​ຕົ​ກ​ເຂົ້າ​ສູ່​ອາ​ການອັນ​ຕະ​ລາຍ​ຍ້ອນ​ຂາດ​ເລືອດ​ອີກ. ​ໂດຍ​ເປັນ​ຜູ້ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ, ເອື້ອຍ ຫງວຽນ​ເຮືອງ​ລານ, ​ເອື້ອຍຄູ​​ໂຮງ​ຮຽນ ອະ​ນຸ​ບານ​ຢູ່​ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ເທື່ອ​ທີ 5 ​ທີ່ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈຫຼາຍ​ຍ້ອນ ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ທິມ​ແຫ່​​ທວນ​ໄຟ. ເມື່ອ​ບໍ​ລິ​ຈາກ​ເລືອດ​ຂອງ​ຕົນ​ແມ່ນ​ຊ່ວຍ​ໃຫ້​ບັນ​ດາ​ຄົນ​ເຈັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຜູ້​ຖ​ືກ​ອຸ​ປະ​ຕິ​ເຫດ​ຄົມ​ມະ​ນາ​ຄົມ​​ທີ່ພວມ​ຕ້ອງ​ກາ​ນ​ເລືອດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ມີຫຼາຍ​ຄົນ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລ​ືອດ​ກ່​ວາ​ອີກ.”

ຂ່າວ/ບົດ​ອື່ນ