ງານບຸນລະດູບານໃໝ່ໃນເຂດທະເລໝູ່ເກາະປີ 2013

ງານບຸນລະດູບານໃໝ່ໃນເຂດທະເລໝູ່ເກາະປີ 2013 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 3/1/2013, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ຈະ​ຈັດ​ລາຍການງານ​ບຸນ​ລະດູບານ​ໃໝ່​​ໃນເຂດ​ທະ​ເລ​ໝູ່​ເກາະປີ 2013. ລາຍການ​ແມ່ນ​ຂົວເຊື່ອມ​ຕໍ່​ລະຫວ່າງ​ເຂດດິນ​ຕໍ່​ແຜ່ນ​ກັບ​ໝູ່​ເກາະ​ທີ່​ຫ່າງ​ໄກ​ສອກຫຼີກນຳ​ກັນ, ​ເພື່ອ​ຝາກຝັງ​ອາລົມ​ຈິດ​ຂອງ​ບັນດາ​ນັກ​ສິລະ​ປິນ ​ແລະ ປະຊາຊົນ​ນະຄອນເຖິງ​ພະນັກງານ​ນັກຮົບ​ທີ່​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ເກາະເຈື່ອງ​ຊາ ​ແລະ ​ໃນ​ເຮືອນ​ຮ້ານ DK1. ​ໃນ​ວັນ​ບຸນ, ບັນດາ​ວິ​ສາ​ຫະກິດ, ນັກ​ສິລະ​ປິນ ​ແລະ ປະຊາຊົນ ຈະປະກອບຂອງຕ້ອນ​ບຸນປີ​ໃໝ່​ນັບ​ພັນ​ພຸດ ​ໃຫ້​ບັນດາ​ຄອບຄົວປະຊາຊົນ ​ແລະ ນັກຮົບ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ. ທ່ານ ​ເລ​ແທງ​ລຽມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ, ​ໃຫ້​ຮູ້​ວ່າ:

”ຈຳນວນ​ນັກ​ສິລະ​ປິນທີ່​ເຂົ້າ​ຮ່ວມ​ລາຍການ​ໃນ​ປີ​ນີ້​ແມ່ນ​ກວ່າ 260 ຄົນ. ການ​ບໍລິຈາກ​ເງິນ, ກໍ່​ຄື​ເຄື່ອງ​ຂອງ, ​ແຜ່ນ​ຊີ​ດີ​ລວມມູນ​ຄ່າ​ທັງ​ໝົດ 200 ລ້ານ​ດົ່ງ ​ແມ່ນ​ຈະມອບ​ໃຫ້​ກອງ​ທຶນ​ປະກອບ​ຫີນ​ເພື່ອ​ກໍ່ສ້າງ ​ເຈື່ອງ​ຊາ”.

ຂ່າວ/ບົດ​ອື່ນ