ງານ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ ຢູ່ Festival ເຫວ້ ປີ 2023 ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຈັບ​ໃຈ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນ ເຫວ້, ຄະນະຈັດຕັ້ງ Festival ເຫວ້ 2023 ໄດ້ປະກາດລາຍການ, ກິດຈະກຳຕົ້ນຕໍຂອງງານບຸນລະດູໃບໄມ້ຫຼົ່ນ Festival ເຫວ້ 2023.
 
ງານ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ ຢູ່ Festival ເຫວ້ ປີ 2023 ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຈັບ​ໃຈ - ảnh 1ເສື້ອຍາວ ເຫວະ (ພາບ: VOV)

        ງານດັ່ງກ່າວແກ່ຍາວແຕ່ວັນທີ 4 ສິງຫາ ຫາວັນທີ 26 ກັນຍາ ດ້ວຍ 12 ກິດຈະກຳ, ລາຍການ, ເປັນຕົ້ນແມ່ນ: ບຸນເຈົ້າແມ່ກວານອິນ, ງານບຸນຊຸດເສື້ອຍາວ, ງານວາງສະແດງ ສິ່ງທີ່ລ້ຳຄ່າຂອງພະລາດຊະວັງ ສະໄໝ ຂາຍດິ້ງ, ງານບຸນຟ້ອນສິງໂຕເຫວ້… ຈຸດພົ້ນເດັ່ນຂອງງານບຸນລະດູໃບໄມ້ຫຼົ່ນ ແມ່ນ “ງານບຸນຊຸດເສື້ອຍາວ Festival ເຫວ້ 2023” ດ້ວຍຫົວຂໍ້ “ເລື່ອງລາວຈາກສາຍແມ່ນໍ້າ”.

        ງານບຸນລະດູໃບໄມ້ຫຼົ່ນ ເຫວ້ ຍັງມີຫຼາຍກິດຈະກຳທີ່ມ່ວນຊື່ນກ່ຽວກັບບຸນໄຫວ້ພະຈັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ