ງານບຸນວັດທະນະທຳ ຫວຽດນາມຢູ່ ສ.ສະຫະພັນເຢຍລະມັນ

ງານບຸນວັດທະນະທຳ ຫວຽດນາມຢູ່ ສ.ສະຫະພັນເຢຍລະມັນ - ảnh 1
(ພາບ:
baotintuc.vn)

(vovworld)-​ວັນ​ທີ 4/8, ຢູ່​​ເກາະ​ມິດຕະພາບ​ທີ່​ນະຄອນ Postdam ປະ​ເທດ ສ.ສະຫະພັນ​ເຢຍລະ​ມັນ, ​ໄດ້​ດຳ​ເນີ​ນງານ​ບຸນ​ທີ່​ມີ​ຫົວ​ເລື່ອງ “ຫວຽດນາມ-​ປະ​ເທດ​ແຫ່ງ​ໂຕ​ມັງກອນ“ ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ. ງານ​ບຸນ​ໄດ້​ນຳ​ມາ​ເຊິ່ງ​ບັນດາ​ລາຍການ​ຟ້ອນ​ມັງກອນ ​ແລະ ວາດ​ຟ້ອນ “ຫວຽດນາມ-​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂ້ອຍ“ ​ໃຫ້​ແກ່​ເພື່ອ​ນມິດ​ທ້ອງ​ຖິ່ນ ​ແລະ ສາກົນ. ນອກຈາກ​ນັ້ນ, ຢູ່​ງານ​ບຸນ​ກໍ່​ຈັດ​ບັນດາ​ລາຍການ​ສະ​ແດງ​ດົນຕີ​ທີ່​ອຸດົມສົມບູນ​ຄື: ຂັບ​ກວນ​ຫໍ້, ຂັບ​ແຈ່ວ, ສະ​ແດງ​​ດົນຕີ, ​ຟ້ອນພື້ນ​ເມືອງ, ຕີ​ມວຍ…​ໂດ​ຍບັນດາ​ນັກ​ສິລະ​ປິນ, ນັກ​ມວຍຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ​ເປັນ​ຜູ້​ສະ​ແດງ. ທີ່​ງານ​ບຸນ, ຍັງ​ມີ​ງານ​ຕະຫຼາດນັດ​ດ້ວຍ​ຮ້ານ​ວາງສະ​ແດງບັນດາ​ຜະລິດ​ຕະພັນ​ເຄື່ອງ​ຫັດຖະກຳ​ສິລະ​ປະ, ​ເຄື່ອງ​ອະນຸສອນ​ພິ​ເສດສະ​ເພາະ​ຂອງ​ຫວຽດນາມ ​ລວມ 6 ຮ້ານ. ບັນດາ​ຜູ້​ເຂົ້າຮ່ວມ​ຍັງ​ສາມາດ​ຮັບ​ປະທານ​ອາຫານ​ຂອງ​ຫວຽດນາມ ອີກ​ດ້ວຍ.

 

 

ຂ່າວ/ບົດ​ອື່ນ