ງານ​ບຸນ​ວັດ​ທະ​ນະ​ທຳ​ຢູ່ ເອີ​ຣົບ ຖືກ​​​ຍົກ​ເລີກ

(VOVWORLD) -ຄະນະຈັດຕັ້ງງານມະໂຫລານເລື່ອງພາບທີ່ມີຊື່ສຽງໃນໂລກ ຢູ່ Angouleme, ປະເທດ ຝລັ່ງ, ເຊິ່ງຄາດວ່າຈະດຳເນີນໃນເດືອນມິຖຸນາ ຈະມາເຖິງກໍຖືກຍົກເລີກ ຍ້ອນຄວາມສ່ຽງຂອງໂລກລະບາດໂຄວິດ - 19.

ຈຳນວນຜູ້ຕິດເຊື້ອໂຄວິດ - 19 ເພີ່ມຂຶ້ນສູງ, ໃນຂະນະທີ່ຄວາມຄືບໜ້າສັກວັກຊິນກັນພະຍາດດັ່ງກ່າວ ພັດຖືກດຳເນີນຢ່າງຊັກຊ້າ ໄດ້ເຮັດໃຫ້ງານບຸນຕ່າງໆທີ່ປະຊາຊົນ ເອີຣົບ ພວມລໍຄອຍສືບຕໍ່ຖືກຍົກເລີກ ເປັນປີທີສອງຢ່າງລຽນຕິດ. ວັນທີ 2 ເມສາ, ຄະນະຈັດຕັ້ງງານມະໂຫລານເລື່ອງພາບທີ່ມີຊື່ສຽງໃນໂລກ ຢູ່ Angouleme, ປະເທດ ຝລັ່ງ, ເຊິ່ງຄາດວ່າຈະດຳເນີນໃນເດືອນມິຖຸນາ ຈະມາເຖິງກໍຖືກຍົກເລີກ ຍ້ອນຄວາມສ່ຽງຂອງໂລກລະບາດໂຄວິດ - 19. ກ່ອນໜ້ານັ້ນ, ກໍມີຫຼາຍເຫດການວັດທະນະທຳ ຢູ່ ຝລັ່ງຖືກຍົກເລີກໂດຍບໍ່ມີກຳນົດເວລານັບແຕ່ທ້າຍປີ 2020. ກໍຄືກັນກັບຢູ່ ຝລັ່ງ, ບັນດາງານບຸນ ຫຼື ເຫດການວັດທະນະທຳຢູ່ ເຢຍລະມັນ, ສະວິດ ແລະ ແອັດສະປາຍ ກໍຖືກຍົກເລີກເປັນສອງປີຢ່າງລຽນຕິດເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ