ງານ​ບຸນ​ວັດ​ທະ​ນະ​ທຳ-ອາ​ຫານ​ການ​ກິນ​ຫວຽດ​ນາມ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວ​ງກວາງ​ຈິ

(VOVWORLD) - ງານບຸນຈະປະກອບສ່ວນເຊີດຊູຈຸດພິເສດສະເພາະ, ຫຼາຍຮູບຫຼາຍແບບຂອງພື້ນຖານອາຫານການກິນຫວຽດນາມ ເວົ້າລວມ ແລະ ອາຫານການກິນພາກກາງເວົ້າສະເພາະ.
ງານ​ບຸນ​ວັດ​ທະ​ນະ​ທຳ-ອາ​ຫານ​ການ​ກິນ​ຫວຽດ​ນາມ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວ​ງກວາງ​ຈິ - ảnh 1

 (ພາບປະກອບ: TTXVN)

    ງານບຸນວັດທະນະທຳ-ອາຫານການກິນຫວຽດນາມ 2022 ຈະຈັດຂຶ້ນແຕ່ວັນທີ 23-25 ກັນຍາປີ 2022 ຢູ່ແຂວງກວາງຈິ ທາງພາກກາງຫວຽດນາມ. ງານບຸນມີຫົວເລື່ອງ “ການເດີນທາງທີ່ຢອດຢ້ຽມ” ເພື່ອແນໃສ່ແນະນຳຈຸດດີງາມດ້ານວັດທະນະທຳພິເສດສະເພາະທີ່ໜ້າປະທັບໃຈຂອງຫວຽດນາມ ຜ່ານຮ້ານວາງສະແດງອາຫານພິເສດຂອງ 3 ພາກເໜືອ-ກາງໃຕ້ລວມ 100 ຮ້ານ.

  ງານບຸນຈະປະກອບສ່ວນເຊີດຊູຈຸດພິເສດສະເພາະ, ຫຼາຍຮູບຫຼາຍແບບຂອງພື້ນຖານອາຫານການກິນຫວຽດນາມ ເວົ້າລວມ ແລະ ອາຫານການກິນພາກກາງເວົ້າສະເພາະ ໃນລະບົບບັນດາການເຄື່ອນໄຫວກະຕຸ້ນຄວາມຕ້ອງການ, ເປີດປະຕູການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ