ງານບຸນວິສາຂະບູຊາ ພສ 2556

ງານບຸນວິສາຂະບູຊາ ພສ 2556 - ảnh 1
ງານ​ບຸນ​ວິສາຂະບູຊາ ພສ 2556
( ພາບ: baomoi.com )

(vovwold) - ຕອນ​ເຊົ້າ​ວັນ​ທີ 5/5, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ສົມທົບ​ກັບສະມາຄົມ​ພຸດທະ​ສາສະໜາ​ນະຄອນຮ່າ​ໂນ້ຍຈັດ​ຕັ້ງ​ງານ​ບຸນ​ວິສາຂະບູຊາ ພສ 2556. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ບັນດາພະ​ພິຂຸ​ສົງ ສະພາ​ສົງ, ສະພາ​ບໍລິຫານ​ງານພຸດທະ​ສາສະໜາຫວຽດນາມພະສົງ​ສາມະ​ເນນ, ພຸດທະສາສະ​ນີກະ​ຊົນ​ຫວຽດນາມ​​ ຢູ່​ພາຍໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ ທັງ​ໝົດ, ພ້ອມ​ທັງ​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ​ເຊິ່ງພຸດທະ​ສາສະໜາ​ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີຢັ້ງຢືນ​ວ່າ, ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ເຮັດ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ມີ​ຜົນປະ​ໂຫຍ​ດ​ໃຫ້​ທັງສາສະໜາ ​ແລະ ປະຊາຊົນ, ປະຕິບັດ​ກົດໝາຍ​ຂອງ​ລັດ, ​ສາມັກຄີ​ກັບ​ປະຊາຊົນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ, ກຸສົນ, ສັງຄົມ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ຊີ​ວິດ​​ໃຫ້​ຈະ​ເລີ​ນສີວິ​ໄລ, ມີ​ຄວາມ​ກ້າວໜ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເນັ້ນ​ໜັກ​ວ່າ:

  ”ພັກ ​ແລະ​ລັດ​ເຮົາຍາມ​ໃດ​ກໍ່​ເຄົາລົບ​ນັບຖື ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ສາສະໜາ​ຂອງ​ປະຊາຊົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮັບປະກັນ​ໃຫ້​​ການ​ເຄື່ອນ​ໄຫວສາສະໜາ​ຕ່າງໆ​ຖືກຕ້ອງ​ກັບ​ກົດໝາຍ, ​​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ເຊື່ອ​ຖື​ສາສະໜາ, ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ປະຕິບັດ​ວຽກ​ງານ​ສາສະໜາ​ເປັນ​ຢ່າງ​ດີ, ​ແລະ ​ເຮັດ​ຫຼ້ອນ​ໜ້າ​ທີ່​ຂອງ​ພົນລະ​ເມືອງ​ທີ່​ມີ​ຕໍ່​ປະ​ເທດ​ຊາດ, ຢູ່​ໃນ​ສິນ, ກິນ​ໃນ​ທຳ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າສະມາຄົມພຸດທະ​ສາສະໜາ​ຫວຽດນາມ ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງພຸດທະ​ສາສະໜາ​ຫວຽດນາມ ​ຕິດ​ພັນ​ກັບ​ຊາດ, ສາມັກຄີ​ປອງ​ດອງ​ຊາດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ກິດຈະການ​ສ້າງສາ ​ແລະ​ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

 

ຂ່າວ/ບົດ​ອື່ນ