ງານບຸນວິສາຂະບູຊາ ສປຊ Vesak 2014 ຈະຈັດຂຶ້ນຢູ່ຫວຽດນາມ


ງານບຸນວິສາຂະບູຊາ ສປຊ Vesak 2014 ຈະຈັດຂຶ້ນຢູ່ຫວຽດນາມ - ảnh 1

(ພາບປະກອບ: giacngo.vn)

(vovworld)-  ງານ​ບຸນ Vesak 2014 ຫົວ​ຫົວ​ເລື່ອງ “ສາສະໜາ​ພຸດ​ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ ສປຊ“ ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 7-11/5/2014 ຢູ່​ວັດ​ບາຍ​ດິງ-​ແຂວງ​ນິງບິງ. ນີ້​ແມ່ນ​ຄັ້ງທີ 2 ງານ​ບຸນວິສາຂະບູຊາ ສປຊ ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ (ຄັ້ງທຳ​ອິດ​ຈັດ​ຂຶ້ນ​ໃນ​ປີ 2008).

   ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 24/11, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຈະ​ມີ​ປະມານ 10.000 ຄົນ​ເຂົ້າຮ່ວມ​ພິທີ, ​ໃນ​ນັ້ນມີ 1500 ອົງ​ແມ່ນ​ຍົກ​ຖາ​ບັນດາສັກ​ພຸດທະ​ສາສະໜາ​ທີ່​ມາ​ຈາກ​ເກືອບ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ພະ​ມະຫາ​ອາຈານ Brahmapundit ປະທານ​ຄະນະ​ກຳມະການ​ອົງການ​ສາກົນ​ງານ​ບຸນວິສາຂະບູຊາ ສປຊ ສາກົນ ຢືນຢັນ​ວ່າ ຈະ​ສະໜັບສະໜູນ ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ຈັດຕັ້ງງານ​ບຸນ Vesak 2014 ສຳ​ເລັດ​ຜົນ.

   ງານ​ບຸນ Vesak 2014 ປະກອບສ່ວນ​ຍົກ​ສູງ​ບົດບາດ​ຂອງ​ສາສະໜາ​ພຸດ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ ພ້ອມ​ທັງ​ຢືນຢັນ​ທີ່​ຕັ້ງ, ຄວາມ​ຮັບຜິດຊອບ​ຂອງ​ຫວຽ​ດນາມ ຕໍ່ ສປຊ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ​ເພີ່ມ​ທະວີ​ການ​ພັດທະນາ​ການທ່ອງທ່ຽວ​ຈິດ​ວິນ​ຍານ, ທ່ອງ​ທ່ຽວ​ຊີວະ​ພາບ. ນີ້​ກໍ່​ແມ່ນ 1 ​ໃນ​ບັນດາ​ການ​ເຄື່ອນ​​ໄຫວ​ໃນ​ວິວັດ​ການ​ຂົນຂວາຍ​ສັງ​ລວມ​ເພື່ອ​ໃຫ້ ອູ​ແນ​ສ​ໂກ ຮັບຮອງ​ເຂດ​ທັດສະນີ​ຍະ​ພາບ​ຈ່າງ​ອານ ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​​ໂລກ./.

ຂ່າວ/ບົດ​ອື່ນ