ງານບຸນວ່າວໃກ້ຈະດຳເນີນ - ສ້າງສະຖິຕິ Guinness ກ່ຽວກັບວ່າວໃຫຍ່ທີ່ສຸດຢູ່ຫວຽດນາມ

(VOVWORLD) - ງານບຸນຈະໄດ້ດຳເນີນໄປແຕ່ວັນທີ 22-29 ຕຸລາ, ຢູ່ເສັ້ນທາງແຄມຝັ່ງທະເລ ຮ່ວາທັງ (ເມືອງ ບັກບິ່ງ) – ຮ່ວາຝູ (ເມືອງ ຕຸຍຟອງ)
ງານບຸນວ່າວໃກ້ຈະດຳເນີນ - ສ້າງສະຖິຕິ Guinness ກ່ຽວກັບວ່າວໃຫຍ່ທີ່ສຸດຢູ່ຫວຽດນາມ  - ảnh 1(ການຖະແຫຼງຂ່າວກ່ຽວກັບງານບຸນວ່າວ)

ຕອນບ່າຍວັນທີ 16 ຕຸລາ, ແຂວງ ບິ່ງທ້ວນ ໄດ້ຈັດການຖະແຫຼງຂ່າວກ່ຽວກັບງານບຸນວ່າວ - ສ້າງສະຖິຕິ Guinness ກ່ຽວກັບວ່າວໃຫຍ່ທີ່ສຸດຢູ່ ຫວຽດນາມ ດ້ວຍຫົວຂໍ້ວ່າ “ສ້າງຄວາມໃຝ່ຝັນ”. ງານບຸນຈະໄດ້ດຳເນີນໄປແຕ່ວັນທີ 22-29 ຕຸລາ, ຢູ່ເສັ້ນທາງແຄມຝັ່ງທະເລ ຮ່ວາທັງ (ເມືອງ ບັກບິ່ງ) – ຮ່ວາຝູ (ເມືອງ ຕຸຍຟອງ), ດ້ວຍການເຄື່ອນໄຫວຫຼາຍຢ່າງ. ທ່ານ ຮີ່ງງອກເຕິມ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບິ່ງທ້ວນ, ໃຫ້ຮູ້ວ່າ:

“ງານບຸນຄັ້ງນີ້ສ້າງສະຖິຕິ Guinness ກ່ຽວກັບວ່າວໃຫຍ່ທີ່ສຸດຂອງ ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ປະຈຸບັນ, ບໍ່ທັນມີວ່າວທີ່ຖືກຮັບຮູ້ວ່າ ແມ່ນໃຫຍ່ກວ່າໝູ່ຢູ່ຫວຽດນາມ. ພ້ອມກັນນັ້ນ, ຍັງໄດ້ມອບວ່າວ 2.000 ອັນໃຫ້ແກ່ເດັກນ້ອຍອີກດ້ວຍ.”

ເນື່ອງໃນໂອກາດນີ້, ຍັງໄດ້ດຳເນີນລາຍການເຮັດອາຫານການກິນ ແລະ ແນະນຳວັດທະນະທຳພື້ນເມືອງທີ່ເປັນມູນເຊື້ອຂອງເຂດດິນແດນ ບິ່ງທ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ