ງານ​ບຸນ​ສາ​ບານ​ຕົວ “ບໍ່​ເອົາ​ຜົນ​ປະ​ໂຫຍດ​ສ່ວນ​ລວມ​ ມາ​ເປັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ” ທີ່​ເປັນ​ເອ​ກະ​ລັກ

(VOVWORLD) -"ນີ້ແມ່ນງານບຸນທີ່ມີຈັບອົກຈັບໃຈ ແລະ ມີຄວາມໝາຍຄວາມສຳຄັນໃນການສ້າງວິຖີຊີວິດທາງດ້ານວັດທະນະທຳສັດຊື່ບໍລິສຸດ ແລະ ບໍ່ສໍ້ລາດບັງຫຼວງ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຂ້າພະເຈົ້າຫວັງວ່າ ມໍລະດົກວັດທະນະທຳນີ້ ຈະໄດ້ຮັກສາ ແລະ ເສີມຂະຫຍາຍໃນໄລຍະຈະມາເຖິງ”.
ງານ​ບຸນ​ສາ​ບານ​ຕົວ “ບໍ່​ເອົາ​ຜົນ​ປະ​ໂຫຍດ​ສ່ວນ​ລວມ​ ມາ​ເປັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ” ທີ່​ເປັນ​ເອ​ກະ​ລັກ - ảnh 1ງານບຸນ ສາບານຕົວ ມີມູນເຊື້ອປະຫວັດສາດມາເປັນເວລາກວ່າ 500 ປີ (ພາບ: VOV)

ວັນທີ 23 ກຸມພາ (ກົງກັບວັນທີ 14 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ ວິຫານ - ວັດ ຮວ່າຫຼ້ຽວ ຢູ່ເມືອງ ກ໋ຽນຖຸ້ຍ, ນະຄອນ ຫາຍຟ່ອງ ໄດ້ດຳເນີນງານບຸນ ສາບານຕົວ ປີ 2024. ງານບຸນ ສາບານຕົວ ມີມູນເຊື້ອປະຫວັດສາດມາເປັນເວລາກວ່າ 500 ປີ. ນີ້ໄດ້ຮັບຖືວ່າ ແມ່ນງານບຸນພື້ນບ້ານທີ່ເປັນເອກະລັກ ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢູ່ ຫວຽດນາມ.

        ຜ່ານງານບຸນ, ປະຊາຊົນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງພະລາຊີນີມະເຫສີ ຫວູທິງອກຕວານ, ພັນລະຍາຂອງ ພະຊະນົກ ມາກດັງຢຸງ, ເຊິ່ງເປັນຄົນທີ່ມີຄຸນງາມຄວາມດີໃນການບູລະນະກໍ່ສ້າງ ວັດ ຮວ່າຫຼ້ຽວ ໃນສະຕະວັດທີ XVI ແລະ ສ້າງບົດກອນ ສາບານຕົວ ຂຶ້ນມາ.  ເຂົ້າຮ່ວມງານບຸນ, ເອື້ອຍ ບຸ່ຍທິຖຸ່ຍເຢືອງ, ປະຊາຊົນຫາຍຟ່ອງ ໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ:

        “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມງານບຸນສາບານຕົວ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນງານບຸນທີ່ມີຈັບອົກຈັບໃຈ ແລະ ມີຄວາມໝາຍຄວາມສຳຄັນໃນການສ້າງວິຖີຊີວິດທາງດ້ານວັດທະນະທຳສັດຊື່ບໍລິສຸດ ແລະ ບໍ່ສໍ້ລາດບັງຫຼວງ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຂ້າພະເຈົ້າຫວັງວ່າ ມໍລະດົກວັດທະນະທຳນີ້ ຈະໄດ້ຮັກສາ ແລະ ເສີມຂະຫຍາຍໃນໄລຍະຈະມາເຖິງ”.

       


ຕອບກັບ

ຂ່າວ/ບົດ​ອື່ນ