ງານບຸນຫວຽດນາມ 2017 ສືບຕໍ່ຖືກດຳເນີນຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ

(VOVWORLD) -ງານບຸນຫວຽດນາມ 2017 (Vietnam Festival 2017) ຈະໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 10 – 11 ມີຖຸນາ ຢູ່ສວນສາທາລະນະ Yoyogi ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. 

ງານບຸນຫວຽດນາມ 2017 ສືບຕໍ່ຖືກດຳເນີນຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ - ảnh 1 ການປະຊຸມຂ່າວ

(ພາບ: vietnamplus.vn)

ທີ່ການປະຊຸມຂ່າວແນະນຳເຫດການດັ່ງກ່າວໃນວັນທີ 17 ພຶດສະພາ, ອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ທ່ານຫງວຽນເຈື່ອງເຊີນ ໄດ້ຊີ້ແຈ້ງຄວາມໝາຍຂອງງານບຸນດັ່ງກ່າວ ແລະ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນຊ່ອງສຳຄັນ ເພື່ອຊ່ວຍໃຫ້ປະຊາຊົນ 2 ປະເທດເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາຊາວຫວຽດນາມ ທີ່ຫ່າງຈາກບ້ານເກີດເມືອງນອນສາມັກຄີກັນ, ຮັກແພງເຊິ່ງກັນແລະກັນອີກດ້ວຍ.  ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ໄດ້ກາຍເປັນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳປະຈຳປີ, ທີ່ດຶງດູດຊາວຍີ່ປຸ່ນ ແລະ ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

        ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ໄດ້ຮັບການຈັດຕັ້ງຄັ້ງທຳອິດເມື່ອປີ 2008. ຜ່ານບັນດາການເຄື່ອນໄຫວແລກປ່ຽນດ້ານອາຫານການກິນ, ວັດທະນະທຳ… ງານບຸນປີນີ້ຈະແນະນຳບັນດາພາບພົດທີີ່ມີຊີວິດຊີວາ, ແທດຈິງກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ