ງານບຸນຫວຽດນາມຢູ່Osaka2015

ງານບຸນຫວຽດນາມຢູ່Osaka2015 - ảnh 1
(ພາບປະກອບ:vietnamtourism.com)

(vovworld) – ​ ​​ ວັນ​ທີ 09/6, ຢູ່​ນະຄອນ Sakai, ​ແຂວງ Osaka, ປະ​ເທດ ຍີ່ປຸ່ນ ​ໄດ້​ດຳ​ເນີນພິທີ​ໄຂ​​ງານ​ບຸນ​ວັດທະນະທຳ-​ທ່ອງ​ທ່ຽວ ຫວຽດນາມ ຢູ່ Osaka ປີ 2015 ​ໂດຍ​ສະຖານກົງສູນ​ໃຫຍ່​ຫວຽດນາມ ປະຈຳ Osaka ​ແລະ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ງານ​ບຸນ​ວັດທະນະທຳ-​ທ່ອງ​ທ່ຽວ ຫວຽດນາມ ​ແລະ ສິລະ​ປະຟ້ອນ​ຕຸກກະຕາ​ນ້ຳ​ເປັນ​ມູນ​ເຊື້ອຂອງ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ Osaka ​ເພື່ອ​ແນະນຳຮູບ​ແບບ​ສິລະປະ​ພື້ນ​ເມືອງ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ ຫວຽດນາມ ​ເຖິງ​ປະຊາຊົນ ຍີ່ປຸ່ນ ຢູ່ Osaka. ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ ຍີ່ປຸ່ນ ​ໄດ້ຕີ​ລາຄາ​ສູງ​ເລື່ອງ ສະຖານກົງສູນ​ໃຫຍ່​ຫວຽດນາມ ປະຈຳ Osaka  ຈັດ​ຕັ້ງ​ລາຍການ​ສິລະ​ປະ ​ແລະ ຟ້ອນ​ຕຸກກະຕາ​ນ້ຳ ຢູ່ Osaka, ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ວັດທະນະທຳ​ອື່ນໆ, ຜ່ານ​ນັ້ນ​ຊ່ວຍ​ປະຊາຊົນ​ ຍີ່ປຸ່ນ ສຳ​ພັດ ​ແລະ ຮູ້​ຕື່ມ​ອີກກ່ຽວກັບ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ, ​ເພີ່ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈ​ມິດຕະພາບ ລະຫວ່າງປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ