ງານບຸນອາຊຽນ 2013 ຢູ່ຍີ່ປຸ່ນ

ງານບຸນອາຊຽນ 2013 ຢູ່ຍີ່ປຸ່ນ - ảnh 1

(ພາບ:vov.vn )

(vovworld)- ​ເປັນຄັ້ງທຳ​ອິດ​ທີ່ງານ​ບຸນ​ອາ​ຊຽນ 2013 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 6/10 ຢູ່​ນະຄອນ Yokohama ປະ​ເທດ​ຍີ່ປຸ່ນ. ງານ​ບຸນ​ອາ​ຊຽນ 2013 ມີ​ຮ້ານ​ວາງສະ​ແດງ​ເກືອບ 70 ຮ້ານ​ເພື່ອ​ແນະນຳ​ອາຫານ​ການ​ກິນ, ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຂໍ້​ມູນ​ຂ່າວ​ສົ່ງ​ເສີມ​ການ​ຄ້າ. ນອກຈາກ​ນັ້ນ​ແລ້ວ, ບັນດາ​ປະ​ເທດ​ອາ​ຊຽນ ຍັງ​ສະ​ແດງ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ດົນຕີ ​ແລະ ສະ​ແດງ​ຊຸດ​ອາພອນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ຊາດ​ຕົນ. ຫວຽດນາມ ​ເຂົ້າຮ່ວມງານ​ບຸນ​ອາ​ຊຽນ 2013 ດ້ວຍ​ຮ້ານ​ອາ​ຫານ​ໂຄສະນາ​ລົດ​ຊາດ​ ​ແລະ ເຍື່ອງ​ອາຫານ​ທີ່​ເປັນ​ມູນ​ເຊື້ອຂອງ​ຫວຽດນາມ. ສະຖານທູດ​ຫວຽດນາມ ກໍ່​ເປີດ​ຮ້ານ​ວາງສະ​ແດງ​ບັນດາ ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ​ແລະ ສະໜອງ​ບັນດາຂໍ້​ມູນ​ຂ່າວ​ສົ່ງ​ເສີມ​ການ​ຄ້າການລົງທຶນ​ຢູ່​ຫວຽດນາມ ​ໃຫ້​​ແກ່​ແຂກ​ມາ​ຢ້ຽມ​ຊົມທີ່​ງານ​ບຸນ. ຄະນະ​ຈັດຕັ້ງຄາດວ່າໃນ 2 ວັນຈັດ​ງານ​ບຸນ​ອາ​ຊຽນ 2013 ຈະ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ປະມານ 80.000 ຄົນ.

 

ຂ່າວ/ບົດ​ອື່ນ