ງານບຸນອາຫານການກິນ ອາຊຽນ 2018 ຢູ່ ສ.ເກົາຫຼີ

(VOVWORLD) - ໃນລະຫວ່າງວັນທີ 28 ພະຈິກ - 01 ທັນວາ, ທີ່ສູນວາງສະແດງ COEX ຢູ່ນະຄອນຫລວງ ເຊີອຸນ ປະເທດ ສ.ເກົາຫຼີ ໄດ້ດຳເນີນງານບຸນອາຫານການກິນ ອາຊຽນ 2018. 
ງານບຸນອາຫານການກິນ ອາຊຽນ 2018 ຢູ່ ສ.ເກົາຫຼີ - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN)

ເຂົ້າຮ່ວມເຫດການນີ້, ບັນດາປະເທດສະມາຊິກ ອາຊຽນ ຄື: ລາວ, ກຳປູເຈຍ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ບຣຸໄນ, ສິງກະໂປ, ມຽນມາ ແລະ ຟີລິບປິນ ໄດ້ແນະນຳບັນດາເຍື່ອງອາຫານພື້ນເມືອງຂອງປະເທດຕົນ.

        ງານບຸນອາຫານການກິນ ອາຊຽນ ແມ່ນເຫດການວັດທະນະທຳໂດຍສູນ ອາຊຽນ - ສ.ເກົາຫຼີ ຈັດຕັ້ງປະຈຳປີນັບແຕ່ປີ 2016 ແນໃສ່ຊ່ວຍໃຫ້ປະຊາຊົນປະເທດນີ້ ມີໂອກາດຊອກຮູ້ກ່ຽວກັບວັດທະນະທຳອາຫານການກິນກໍ່ຄືສີລະປະການປຸງແຕ່ງອາຫານຂອງບັນດາປະເທດ ອາຊຽນ ຢ່າງເລິກເຊິ່ງກ່ວາ, ເຊິ່ງແມ່ນຈຸດສຸມຂອງນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງອຳນາດການປົກຄອງ ສ.ເກົາຫຼີ ໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ