ງານບຸນອາຫານການກິນສາກົນ ດ່າໜັງ 2019 ດຶງດູດຜູ້ເຂົ້າຮ່ວມກວ່າ 10.000 ຄົນ

(VOVWORLD) -ນີ້ເປັນຄັ້ງທໍາອິດ ທີ່ ດ່າໜັງ ໄດ້ຈັດຕັ້ງງານບຸນອາຫານການກິນສາກົນ  ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຫຼາຍກວ່າ 10.000 ຄົນ.
ງານບຸນອາຫານການກິນສາກົນ ດ່າໜັງ 2019 ດຶງດູດຜູ້ເຂົ້າຮ່ວມກວ່າ 10.000 ຄົນ - ảnh 1ງານບຸນອາຫານການກິນສາກົນ ດ່າໜັງ 2019 ໄດ້ດໍາເນີນການເຄື່ອນໄຫວທີ່ເປັນໜ້າຈັບອົກຈັບໃຈ ແລະ ດູດດື່ມຫຼາຍຢ່າງ 

  ພາຍຫຼັງດໍາເນີນມາເປັນເວລາ 5 ວັນ, ງານບຸນອາຫານການກິນສາກົນ ດ່າໜັງ 2019 ໄດ້ອັດລົງໃນຕອນຄໍ່າວັນທີ 6 ມິຖຸນາ ອັນໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ຜ່ານເຫດການນີ້, ຂະແໜງການທ່ອງທ່ຽວ ດ່າໜັງ ນັບມື້ນັບພັດທະນາ ແລະ ນໍາພື້ນຖານອາຫານການກິນຂອງ ຫວຽດນາມ ເວົ້າລວມ ແລະ ດ່າໜັງເວົ້າສະເພາະ ໄດ້ລະບຸເຂົ້າໃນບັນຊີລາຍຊື່ຂອງອາຫານການກິນສາກົນ. ນີ້ເປັນຄັ້ງທໍາອິດ ທີ່ ດ່າໜັງ ໄດ້ຈັດຕັ້ງງານບຸນອາຫານການກິນສາກົນ  ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຫຼາຍກວ່າ 10.000 ຄົນ. ໃນໄລຍະເວລາ 5 ວັນທີ່ດໍາເນີນເຫດການ, ງານບຸນອາຫານການກິນສາກົນ ດ່າໜັງ 2019 ໄດ້ດໍາເນີນການເຄື່ອນໄຫວທີ່ເປັນໜ້າຈັບອົກຈັບໃຈ ແລະ ດູດດື່ມຫຼາຍຢ່າງຄື: ຢ້ຽມຊົມ ແລະ ເຂົ້າຮ່ວມການໄປຕະຫຼາດ, ຊື້ເຄື່ອງຢູ່ຕະຫຼາດ ໂກ່ນ; ລາຍການພົບປະແລກປ່ຽນການແຕ່ງກິນ ; ໄປຢ້ຽມຢາມ, ແຕ່ງອາຫານສວາຍຮັບໃຊ້ໃຫ້ແກ່ເດັກພິການຢູ່່ສູນລ້ຽງເດັກພິການ ດ້ຽນບ່ານ, ແຂວງກວ໋າງນາມ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ