ງານບຸນຮ່ວຽນເຈີນປີ 2012

ຕອນ​ຄ່ຳວັນ​ທີ 30/1, ຢູ່​ນະຄອນ​ເຫ້ວ ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້​ຈັດ​ລາຍການ​ເປີດ​ສາກ​ໃຫ້​ແກ່ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ພາກ​ກາງ-​ເຫ້ວປີ 2012. ນະ​ທີ່​ນີ້ ສັນຍາ​ລັກ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຫ້ວປີ 2012 ດ້ວຍ 9 ​ໂລ​ໂກຕິ​ດດອກ​ບົວ ຊື່​ງ​ແມ່ນ​ສັນ​ຍາ​ລັກ​ຂອງ​ບັນດາ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ພາກ​ກາງ ​ແລະ 9 ປີ​ແຫ່ງ​ການ​ຈັດຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ກໍ​ໄດ້​ຖືກແນະນຳ​ຕໍ່ກັບ​ມະຫາຊົນ. ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ພາກ​ກາງ-​ເຫ້ວປີ 2012 ​ໄດ້​ເລີ່​ມຕົ້ນດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ, ການທ່ອງທ່ຽວ ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ ​ແລະ​ບັນດາ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ພາກ​ກາງ. ທ່ານ​ຫງວຽນ​ວັນ​ກາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ, ຫົວໜ້າ​ຄະນະ​ຈັດຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ພາກ​ກາງ-​ເຫ້ວປີ 2012 ​ໃຫ້​ຮູ້​ວ່າ:

   “ປີ​ທ່ອງ​ທ່ຽ​ວແຫ່ງ​ຊາດ​ໄດ້​ເລີ່​ມຕົ້ນດ້ວຍ​ພິທີ​ສວດ​ມົນ​ພາວະນາ​ໃຫ້​ປະ​ເທດ​ຊາດ ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ ​ແລະ​ຫລັງ​ຈາກ​ນັ້ນ​ແມ່ນ​ພິທີ​ໄຂ​ງານ​ບຸນ​ວິຫານ​ຮ່ວຽນ​ເຈີ​ນ. ນັ້​ນແມ່ນ​ການ​ເລີ່​ມຕົ້ນ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ, ກິລາ ​ແລະ​ການທ່ອງທ່ຽວ​ຢູ່​ບໍລິ​ເວນ​ນະຄອນ​ເຫ້ວ ​ແລະ​ແຂວງ​ເທື່ອ​ທຽນ​ເຫ້ວ. ປີ​ນີ້, ບັນດາ​ລາຍການ, ໄດ້​ມີ​ການກະກຽມ ​ແລະ​ບັນດາ​ລາຍການ​ໂດຍ​ກະຊວງ​ວັດທະນະທຳ​ກິລາ ​ແລະ​ການທ່ອງທ່ຽວ​ຮັບຜິດຊອບກໍ​​ເລີ່​ມໄດ້​ຮັບ​ການປະຕິບັດ ແລ້ວ

   ​ໃນ​ຕະຫຼອດປີ 2012 ຈະ​ມີ 31 ລາຍການ, ການ​ເຄື່ອນ​ໄຫວ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ໂດຍກະຊວງ​ວັດທະນະທຳ​ກິລາ ​ແລະ​ການທ່ອງທ່ຽວ, ແຂວງ​ເທື່ອ​ທຽນ​ເຫ້ວ ​ແລະ ບັນດາ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ພາກ​ກາງຈັດຕັ້ງຂຶ້ນ.
ຂ່າວ/ບົດ​ອື່ນ