ງານ​ບຸນ​ເຕັດ​ຫວຽດ ຂອງ​ນະ​ຄອນ ໂຮ່​ຈີ​ມິນ ວາດ​ພາດຫຼາຍ​ຮີດ​ຄອງ​ປະ​ເພ​ນີ​ ຍາມ​ບຸນ​ເຕັດ

(VOVWORLD) - ໄປຄຽງຄູ່ກັບບັນດາລາຍການສະແດງສິລະປະທີ່ເປັນມູນເຊື້ອ ແລະ ຍຸກສະໄໝ, ມີຫຼາຍພິທີກຳຍາມບຸນເຕັດ ຂອງຊາດ ໄດ້ວາດພາບຢ່າງດຶງດູດໃຈ. 
ງານ​ບຸນ​ເຕັດ​ຫວຽດ ຂອງ​ນະ​ຄອນ ໂຮ່​ຈີ​ມິນ ວາດ​ພາດຫຼາຍ​ຮີດ​ຄອງ​ປະ​ເພ​ນີ​ ຍາມ​ບຸນ​ເຕັດ - ảnh 1ງານບຸນເຕັດຫວຽດ

ຕອນເຊົ້າວັນທີ 18 ມັງກອນ, ໃນງານບຸນເຕັດຫວຽດ 2024 ຂອງ ນະຄອນ ໂຮ່ຈີມິນ ໄດ້ດຳເນີນຫຼາຍການເຄື່ອນໄຫວວາດພາດຮີດຄອງປະເພນີຍາມບຸນເຕັດຂອງຊາດ. ໂດຍໄດ້ດຳເນີນແຕ່ວັນທີ 18 – 21 ມັງກອນ, ຢູ່ສວນສາທາລະນະ ເລວັນຕາມ (ເມືອງ 1), ງານບຸນເຕັດຫວຽດ 2024 ມີຫຼາຍສະຖານທີ່, ການເຄື່ອນໄຫວທີ່ມີຫົວຂໍ້: ຊົມເຕັດ, ກິນເຕັດ, ໄປທ່ອງທ່ຽວເຕັດ, ຫຼິ້ນເຕັດ ແລະ ຕະຫຼາດເຕັດ. ຢູ່ງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວ ພ້ອມກັບບັນດານັກສິລະປະກອນ ຫໍ່ເຂົ້າຕົ້ມ, ປັ້ນ ຕໍ່ແຮ, ຂຽນຕົວໜັງສືຫວຽດເດີມ, ຂໍຕົວໜັງສື; ຫຼິ້ນບັນດາການລະຫຼິ້ນພື້ນເມືອງ, ເອື້ອຍ ຫງວຽນທິຈ່າຢາງ, ຢູ່ເມືອງ ງໍ່ເວິບ ແບ່ງປັນວ່າ:

ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ ເມື່ອ ຫວຽດນາມ ມີຮີດຄອງປະເພນີຫຼາຍຢ່າງ. ແຂກທ່ອງທ່ຽວມາທ່ຽວວັນບຸນຈະໄດ້ລົງຕົວຈິງໂດຍກົງພ້ອມກັບນັກສິລະປະກອນ ຫໍ່ເຂົ້າຕົ້ມ ເຊິ່ງບໍ່ຕ້ອງນຳໃຊ້ຂອດ, ໜ້າຈັບໃຈອີຫຼີ.

ໃນ 4 ວັນດຳເນີນງານບຸນ, ໄປຄຽງຄູ່ກັບບັນດາລາຍການສະແດງສິລະປະທີ່ເປັນມູນເຊື້ອ ແລະ ຍຸກສະໄໝ, ມີຫຼາຍພິທີກຳຍາມບຸນເຕັດ ຂອງຊາດ ໄດ້ວາດພາບຢ່າງດຶງດູດໃຈ. ນອກຈາກນັ້ນ, ເມື່ອເຂົ້າຮ່ວມງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະມີໂອກາດຊື້ສິນພິເສດຍາມບຸນເຕັດຂອງເຂດພາກຕ່າງໆໃນທົ່ວປະເທດ ດ້ວຍຮ້ານວາງສະແດງສິນຄ້າເກືອບ 100 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ