ງານ​ບຸນເສື້ອ​ຍາວນະ​ຄອນ​ໂຮ່​ຈີ​ມິນ ປີ 2020 -​​ ງານ​ບຸນທີ່​ເປັນ​ເອ​ກະ​ລັກ

(VOVWORLD) -    ງານບຸນເສື້ອຍາວນະຄອນໂຮ່ຈີມິນ ຄັ້ງທີ 7 ແກ່ຍາວຮອດວັນທີ 20 ພະຈິກ 2020 ຈຶ່ງອັດລົງ.
ງານ​ບຸນເສື້ອ​ຍາວນະ​ຄອນ​ໂຮ່​ຈີ​ມິນ ປີ 2020  -​​ ງານ​ບຸນທີ່​ເປັນ​ເອ​ກະ​ລັກ - ảnh 1ງານບຸນເສື້ອຍາວນະຄອນໂຮ່ຈີມິນ ຄັ້ງທີ7 ປີ 2020 ຖືກໄຂຂຶ້ນ  ຢູ່ຫໍພິພິທະພັນປະຫວັດສາດນະຄອນໂຮ່ຈີມິນ (ພາບ: hanoimoi.cnom.vn)

ຕອນຄ່ຳວັນທີ 11 ຕຸລາ, ຢູ່ຫໍພິພິທະພັນປະຫວັດສາດນະຄອນໂຮ່ຈີມິນ, ງານບຸນເສື້ອຍາວນະຄອນໂຮ່ຈີມິນ ຄັ້ງທີ7 ປີ 2020 ຖືກໄຂຂຶ້ນ ແລະ ດຶງດູດປະຊາຊົນ ກໍຄືແຂກທ່ອງທ່ຽວມາຊົມເປັນຈຳນວນຫຼວງຫຼາຍ. ນີ້ແມ່ນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວຕ່າງໆຂອງບັ້ນເຫດການ “ສະບາຍດີ ນະຄອນໂຮ່ຈີມິນ  - Hello Ho Chi Minh City” ເພື່ອເລີ່ມເຄື່ອນໄຫວຂະແໜງທ່ອງທ່ຽວຄືນໃໝ່. ນາງງາມ ຫວຽດນາມ ປີ 2018, ເຈິ່ນຕ໋ຽວວີ ເຊິ່ງເປັນໜຶ່ງໃນບັນດານັກການທູດ 15 ຄົນ ທີ່ຕາງໜ້າໃຫ້ແກ່ພາບພົດຂອງງານບຸນເສື້ອຍາວນະຄອນໂຮ່ຈີມິນ ປີ  2020, ແບ່ງປັນວ່າ:

        “ເສື້ອຍາວແມ່ນຈຸດວັດທະນະທຳທີ່ມີມາແຕ່ດົນນານຂອງຊາດຫວຽດນາມ. ຢູ່ໂຮ້ຍອານ, ແຂວງກວ໋າງນາມ ເຊິ່ງເປັນບ້ານເກີດເມືອງນອນຂອງຂ້າພະເຈົ້າ, ເສື້ອຍາວແມ່ນຈຸດທີ່ເປັນເອກະລັກ ແລະ ຂາດບໍ່ໄດ້ສຳລັບຊາວໂຮ້ຍອານ. ຂ້າພະເຈົ້າຮູ້ສຶກມີຄວາມເປັນກຽດ ແລະ ດີໃຈຫຼາຍ ເພາະວ່າໄດ້ປະກອບສ່ວນເຂົ້າໃນການເຊີດຊູສີສັນຂອງຊາດ ແລະ ສະແດງໃຫ້ເຫັນຈຸດຄວາມງາມຂອງເສື້ອຍາວ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ