ງານບຸນເສື້ອຍາວນະຄອນໂຮ່ຈີມິນດຶງດູດແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ

ງານບຸນເສື້ອຍາວນະຄອນໂຮ່ຈີມິນດຶງດູດແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ - ảnh 1
(ພາບປະກອບ)

(vovworld) - ພາຍຫລັງ​ດຳ​ເນີນ​ມາ​​ເປັນ​ເວລາກ່ວາ 2 ສັບປະດາ ດ້ວຍ​ການ​ເຄື່ອນ​ໄຫວຟົດ​ຟື້ນ​ຫລາຍ​ຢ່າງ​ຢູ່​ສະຖານ​ທີ່​ຕ່າງໆ​ໃນ​ບໍລິ​ເວນ​ນະຄອນ, ຕອນຄ່ຳ​ວັນ​ທີ 20/03, ງານ​ບຸນ​ເສື້ອ​ຍາວ​ນະຄອນ ​ໂຮ່ຈີ​ມິນ ຄັ້ງ​ທີ 3 ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ນະຄອນ​ແຫ່ງ ​ໂຮ່ຈີ​ມິນ - ນະຄອນ​ເສື້ອ​ຍາວ” ​ໄດ້​ອັດ​ລົງ. ງານ​ບຸນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ນະຄອນກໍ່​ຄື​ແຂກ​ທ່ອງ​ທ່ຽວ​ສາກົນ​​ເປັນຈຳ​ນວນ​ຫລວງ​ລາຍ. ໜຶ່ງ​​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ “​ຂະ​ບວນ​ຖີບ​ລົດຢູ່​ນະຄອນທີ່​ຂ້ອຍ​ຮັກ​” ດ້ວຍ​ຫົວ​ຂໍ້ “​ເສື້ອ​ຍາວ ຫວຽດນາມ - ການທ່ອງ​ທ່ຽວ ຫວຽດນາມ” ທີ່ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/03. ​ລາຍການ​ດັ່ງກ່າວ, ມີນັກ​ສຶກສາ​ກ່ວາ 200 ຄົນ ນຸ່ງ​ເສື້ອ​ຍາວ​ຂີ່​ລົດຖີບ​ເລີ່​ມ​ຈາກ​ຫໍ​ວັດທະນະທຳ​ນັກ​ສຶກສາ​ນະຄອນ​ໄປຜ່ານ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ເປັນ​ເອກະລັກ​ສະ​ເພາະ, ສະຖານ​ທີ່ປະຫວັດສາດ, ວັດທະນະທຳ​ຂອງ​ນະຄອນ​ເປັນ​ລຳດັບ. ລາຍການ​ປະກອບສ່ວນ​ໂຄສະນາ​ບັນດາ​ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ນະຄອນ, ພ້ອມ​ທັງ​ໂຄສະນາ​ເຜີຍ​ແຜ່, ຂົນຂວາ​ຍ ປະຊາຊົນ “ຮ່ວມ​​ແຮງ​ຮ່ວມ​ໃຈ​​ເພື່ອຮັກສາ​ສະພາບແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ”. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ງານ​ບຸນ​ເສື້ອ​ຍາວ​ປີ​ນີ້ ​ແມ່ນ​ການ​ເສັງປະກອບ​ດອກ​ໄມ້​ໃນ​ເສື້ອ​ຍາວ ​ອັນໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ອອກ​ແບບ​ດອກ​​ໄມ້ ຫວຽດນາມ ​ແລະ ບາງ​ປະ​ເທດ​ໃນ​ໂລກກ່ວາ 20 ຄົນ.

 

ຂ່າວ/ບົດ​ອື່ນ