ງານບຸນແຫ່ປາເທວະດາຕົ້ນລະດູບານໃຫມ່ຢູ່ແຂວງ ແທງຮວາ

ງານບຸນແຫ່ປາເທວະດາຕົ້ນລະດູບານໃຫມ່ຢູ່ແຂວງ ແທງຮວາ - ảnh 1
ງານ​ບຸນ​ແຫ່​ປາ
ພາບ: internet


(vovworld)-  ​ໃນ​ວັນ​ທີ 17 ​ແລະ 18/2 ກົງ​ກັບ​ວັນ​ທີ 8, 9 ​ເດືອນ​ຈຽງ, ຊາວບ້ານ ​ເລືອ​ງງອກ, ຕາ​ແສງ ​ເກີ​ມ​ເລືອ​ງ ​ເມືອງ​ເກີ​ມຖູ​ຍ ​ແຂວງ ​ແທງ​ຮວາ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ປະ​ເພນີ​ແຫ່​ປາ​ເທວະ​ດາ ​ເພື່ອ​ພາວະນາ​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາ​ມສະດວກ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ງານ​ບຸນ​ແຫ່​ປາ​ເທວະ​ດາ​ ​ແມ່ນ​ຄວາມ​ງາມ​ຂອງ​ການ​ເຫລື້​ອ​ມ​ໃສ​ດ້ານ​ຈິດ​ວິນ​ຍານ​ຂອງ​ຊາວ​ທ້ອງ​ຖິ່ນ. ​ເຂົ້າ​ຮ່ວມ​ງານ​ບຸນ​ດັ່ງກ່າວ, ​ແຂກ​ມາ​ຈາກ​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຍັງ​ໄດ້​ຮັບ​ຊົມ​ຄວາມ​ງາມ​ມະຫັດສະຈັນຂອງ​ຫ້ວຍ​ປາ​ເທວະ​ດາ ​ແລະ ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຕ່າງໆ​ຂອງ​ຊົນ​ເຜົ່າ​ເມື່ອ​ງຢູ່ ​ແຂວງ ​ແທງ​ຮວາ​ອີກ​ດ້ວຍ. ທ່ານ ຮ່ວາງ​ຈູງ​ຫ໋າຍ, ຫົວຫນ້າ​ພະ​ແນ​ກວັດທະນະທຳ​ຖະ​ແຫລ​ງຂ່າວ ​ເມືອງ​ເກີ​ມຖູ​ຍ ​ໃຫ້​ຮູ້​ວ່າ:

        “ຕາມ​ເລື່ອງ​ລາວ​ມາ​ແຕ່​ບູຮານ​ນະ​ການ​ແລ້ວ, ​ເທວະ​ດາ ຝູລອງ​ເວື​ອງ (Phủ Long Vương) ຮັກສາ​ຝູງປາ​ເທວະ​ດາ​ນີ້ ​ເພື່ອ​ປົກ​ປັກ​ຮັກສາ​ປະຊາຊົນ​ໃນ​ໝູ່​ບ້ານ, ຮັກສາປ່າ ກໍຄືລະດູເກັບກ່ຽວ. ເລີ່ມຕົ້ນຕອນເຊົ້າວັນທີ 8 ເດືອນຈຽງ, ຊາວບ້ານໄດ້ຈັດພິທີສົ່ງສິ່ງ​ບໍ່​ດີ​ໃນ​ປີ​ເກົ່າ ຕ້ອນຮັບ​​ສິ່ງທີ່​ໂຊກ​ດີໃນ​ປີ​​ໃຫມ່​ນີ້. ຫລັງ​ຈາກ​ນັ້ນ ດຳ​ເນີນ​ພິທີ​ແຫ່​ປາ ພ້ອມ​ດ້ວຍ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຕ່າງໆ. ​ໃນ​ໂອກາດ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ ມາ​ເຂົ້າ​ຮ່ວມ​ງານ​ບຸນ.”

 

ງານບຸນແຫ່ປາເທວະດາຕົ້ນລະດູບານໃຫມ່ຢູ່ແຂວງ ແທງຮວາ - ảnh 2
ຫ້ວຍປາຢູ່ ແທງຮວາ
ພາບ:internet

 

ຂ່າວ/ບົດ​ອື່ນ