ງານບຸນໄຫວ້ພະຈັນດ້ວຍຫົວຂໍ້ “ອະນຸຊົນ ຫວຽດນາມ ມຸ່ງໄປສູ່ ບ້ານເກີດເມືອງນອນ”

ງານບຸນໄຫວ້ພະຈັນດ້ວຍຫົວຂໍ້ “ອະນຸຊົນ ຫວຽດນາມ ມຸ່ງໄປສູ່ ບ້ານເກີດເມືອງນອນ” - ảnh 1
(ບຸນ​ໄຫວ້​ພະຈັນ)

(vovworld) – ຕອນ​ຄໍ່າ​ວັນ​ທີ 08/09, ຢູ່​ທ້ອງ​ຖິ່ນ​ຕ່າງໆໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ, ມອບ​ຂອງຂວັນ​ໃຫ້​ເດັກນ້ອຍ, ພິ​ເສດ​ແມ່ນ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກ​ພິການ, ​ເດັກກຳ​ພ້າ, ​ເດັກ​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີ​ສົ້ມ​ດີ​ໂອ​ຊິນ, ​ເຂດ​ຫ່າງ​ໄກ່​ສອກ​ຫຼິກ… ​ເນື່ອງ​ໃນ​ໂອກາດວັນ​ບຸນ​ໄຫວ້​ພະຈັນ​ປີ 2014. ຢູ່​ນະຄອນ​ດ່າ​ນັ້ງ, ມີ​ອະນຸຊົນ, ​ເດັກ​ທຸກ​ຍາກ, ລູກຫຼານຂອງ​ຊາວ​ປະມົງ ​ແລະ ກຳລັງ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ​ໃນ​ບໍລິ​ເວນ​ແຂວງ​ກວ່າ 1000 ຄົນ ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ວັນ​ບຸນ​ໄຫວ້​ພະຈັນ ດ້ວຍ​ຫົວ​ຂໍ້ “ອະນຸຊົນ​ຫວຽດນາມ ​ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ”. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມນະຄອນ​ດ່າ​ນັ້ງ, ບັນດາ​ນັກ​ອຸປະຖຳ ​ໄດ້​ມອບ​ຂອງຂວັນ ​ແລະ ທຶນ​ສຶກສາກ​ວ່າ 200 ພູດ, ດ້ວຍ​ຍອດ​ຈຳນວນ​ເງິນ​ກວ່າ 200 ລ້ານ​ດົງ ​ໃຫ້​ເດັກ​ທຸກ​ຍາກ​ໃນ​ບໍລິ​ເວນ​ນະຄອນ. ນ້ອງ ຫງວຽນ​ຫວູຢ້ຽວລິງ, ຢູ່​ເມືອງ ​ເຊີນ​ຈ່າ, ນະຄອນ​ດ່າ​ນັ້ງ ​ໃຫ້​ຮູ້​ວ່າ.

        “ສຳລັບ​ລູກ​ແລ້ວ, ງານ​ບຸນ​ໄຫວ້​ພະ​ຈັນ​ແມ່ນ​ມ່ວນ​ຫຼາຍ, ລູກ​ມາ​ນີ້​ໄດ້​ພົບ​ປະ​ກັບ​ໝູ່ເພື່ອນ​ຫຼາຍ​ຄົນ, ​ໄດ້​ຊົມ​ການຟ້ອນ​ສິງ​ໂຕ, ສິລະ​ປະ, ​ລະ​ຫຼິ້ນ ​ແລະ ຍັງ​ໄດ້​ຮັບ​ຂອງຂວັນ ຊ່ວຍ​​ລູກ​ໃນ​ການ​ຮໍ່າຮຽນ​ອີກ.”

        ທີ່​ນະຄອນ​ຮ່າ​ໂນ້ຍ, ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ພິ​ເສດ “ງານບຸນ​ໄຫວ້​ພະຈັນ​ໃຫ້​ນ້ອງ”. ​ໃນ​ຂອບ​ເຂດ​ລາຍການ, ຄະນະ​ຈັດ​ຕັ້ງ​ໄດ້​ມອບປື້​ມ​ເງິ​ນຟາກປະຢັດ 100 ຫົວ​ໃຫ້​ເດັກ​ພິການ, ຂອງຂວັນ 100 ພູດ, ​ເຄື່ອງ​ໃຊ້​ໃນ​ການ​ຮໍ່າຮຽນ.

        ທີ່​ບັນດາ​ປະ​ເທດ​ໃນ​ໂລກ, ປະຊາ​ຄົມ​ຊາວ​ຫວຽດນາມ ກໍ່​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນ​ໄຫວ້​ພະຈັນ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ລຸ່ນ​ໜຸ່ມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ກວ່າ.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າ​ວັນ​ທີ 08/09, ຢູ່​​ໂຮງຮຽນ ຫງວຽນ​ຢູ, ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ​ເດັກນ້ອຍ​ຊາວ​ຫວຽດນາມ ​ໄດ້​ຕ້ອນ​ຮັບ​ວັນ​ບຸນ​ໄຫວ້​ພະຈັນ​ຢ່າງ​ຟົດ​ຟື້ນ ​ແລະ ອົບ​ອຸ່ນ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ