ງານບຸນໜັງສືພິມລະດູບານໃໝ່,ງານວາງສະແດງພາບຖ່າຍລະດູບານໃໝ່ປີກຸນ 2019 ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ງານບຸນໜັງສືພິມລະດູບານໃໝ່ ໄດ້ວາງສະແດງກວ່າ 1.000 ສື່ສິ່ງພິມ
ງານບຸນໜັງສືພິມລະດູບານໃໝ່,ງານວາງສະແດງພາບຖ່າຍລະດູບານໃໝ່ປີກຸນ 2019 ຢູ່ທ້ອງຖິ່ນຕ່າງໆ - ảnh 1 (ພາບປະກອບ: tintucvietnam.vn)

ວັນທີ 28 ມັງກອນ, ພະແນກຖະແຫຼງຂ່າວ ແລະ ສື່ສານ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະໂຄສະນາສຶກສາຄະນະພັກແຂວງ, ສະມາຄົມວັນນະຄະດີ - ສິລະປະ ແລະ ສະມາຄົມນັກຂ່າວແຂວງເຮົ້າຢາງ ໄດ້ໄຂງານບຸນໜັງສືພິມລະດູບານໃໝ່, ວາງສະແດງພາບຖ່າຍ ແລະ ການປະກວດຄັດເລືອກສື່ສິ່ງພິມລະດູບານໃໝ່ 2019. ງານບຸນໜັງສືພິມລະດູບານໃໝ່ ໄດ້ວາງສະແດງກວ່າ 1.000 ສື່ສິ່ງພິມລວມມີ: ໜັງສືພິມລະດູບານໃໝ່ຂອງສູນກາງ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ; ບັນດາສື່ສິ່ງພິມລະດູບານໃໝ່ເຂົ້າຮ່ວມການຄັດເລືອກສື່ສິ່ງພິມລະດູບານໃໝ່ປີກຸນ ແຂວງ ເຮົ້າຢາງ; ປື້ມສະເພາະກ່ຽວກັບພັກກອມມູນິດຫວຽດນາມ; ຊຸດພາບຖ່າຍ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ; ບັນດາແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”…

        ວັນທີ 28 ມັງກອນ, ສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫ້ວ ໄດ້ຈັດພິທີຕັ້ງຕົ້ມໄມ້ໄຜ່ ຢູ່ວັງ ດ້າຍໂນ້ຍ, ເຫ້ວ ຕ້ອນຮັບບຸນເຕັດປີກຸນ 2019. ພ້ອມກັນນັ້ນ, ຢູ່ສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫ້ວ ຍັງຈັດຫຼາຍລາຍການເນື່ອງໃນໂອກາດບຸນເຕັດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ