ງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018

(VOVWORLD) - ເຂົ້າຮ່ວມງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018 ມີ 25 ອົງການສື່ມວນຊົນສູນກາງ, ຂະແໜງການ ແລະ ບັນດາອົງການສື່ມວນຊົນຂອງ ຮ່າໂນ້ຍ.
ງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018 - ảnh 1 ພາບປະກອບ

ໂດຍສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2018) ແລະ ບັນດາເຫດການໃຫຍ່ຂອງປະເທດຊາດ ແລະ ນະຄອນຫຼວງປີ 2018, ນັບແຕ່ວັນທີ 2 ຫາວັນທີ 3 ກຸມພາ 2018 ຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດນາມ - ໂຊວຽດ, ສະມາຄົມນັກຂ່າວນະຄອນ, ພະແນກຖະແຫຼງຂ່າວ - ສື່ສານ, ຄະນະແຂ່ງຂັນຍ້ອງຍໍນະຄອນ ຮ່າໂນ້ຍ ຈະສົມທົບກັນຈັດຕັ້ງງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018.

        ເຂົ້າຮ່ວມງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018 ມີ 25 ອົງການສື່ມວນຊົນສູນກາງ, ຂະແໜງການ ແລະ ບັນດາອົງການສື່ມວນຊົນຂອງ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວດ້ານການເມືອງ, ວັດທະນະທຳ ມີຄວາມໝາຍໄດ້ຈັດຕັ້ງເປັນເວລາຫຼາຍປີຜ່ານມາ, ເພື່ອຮັບໃນໂອກາດໃຊ້ປະຊາຊົນ, ເພື່ອນຜູ້ອ່ານຢູ່ນະຄອນຫຼວງຕ້ອນຮັບບຸນເຕັດປະເພນີຂອງຊາດ. ຄະນະຈັດຕັ້ງຈະມອບບັນດາລາງວັນ: ບົດໜັງສືພິມມ່ວນທີ່ຂຽນກ່ຽວກັບຮ່າໂນ້ຍ, ຈັດຮ້ານວາງສະແດງສວຍງາມ, ໜ້າປົກຂອງໜັງສືພິມບຸນເຕັດ - ລະດູບານໃໝ່ທີ່ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ