ງານບຸນໜັງສືພິມລະດູບານໃໝ່ຫວຽດນາມປີ2015ຢູ່ລາວ

ງານບຸນໜັງສືພິມລະດູບານໃໝ່ຫວຽດນາມປີ2015ຢູ່ລາວ - ảnh 1
ພິ​ທີ​ໄຂ​ງານ​ບຸນ

(vovworld) – ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ຫວຽດ​ນາມ​ປີ 2015 ໄດ້​​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 10/4, ຢູ່​ນະ​ຄອນຫຼວງ ວຽງ​ຈັນ. ເຂົ້າ​ຮ່ວມ​ງານ​ບຸນ​ມີ​ທ່ານ ບໍ​ເສງ​ຄຳ ວົງ​ດາ​ລາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ລາວ, ທ່ານ ເຈືອງ​ມິງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽ​ນ​ແມ້ງ​ຮູ່ງ ພ້ອມ​ກັບ​ນັກ​ຂ່າວ ຫວຽດ​ນາມ ແລະ ລາວ ເປັນ​ຈຳ​ນວນຫຼວງຫຼາຍ. ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ປີນີ້​ມີ​ສິ່ງ​ພິມ​ນັບ​ພັນ​ຫົວ​ທີ່​ໄດ້​​ພິມ​ຈຳ​ໜ່າຍ​ໃນ​ໂອ​ກາດ​​ລະ​ດູ​ບານ​ໃໝ່ ແລະ ບຸນ​ປີ​ໃໝ່​ປະ​ຈຳ​ຊາດປີ​ມະ​ແມ 2015 ຂອງ ຫວຽດ​ນາ​ມ. ທ່ານ ຟ້າມ​ວັນ​ຮູ່ງ, ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ໃຫ້​ຮູ້​ວ່າ:

        “ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ແຫຼ່ງ​ຂ່າວ​ຢູ່​ພາຍ​ໃນ​ປະ​ເທດຫຼາຍ​ກ່​ວາ. ເມື່ອ​ເຂົ້າ​ຮ່ວມ​ງາ​ນ​ບຸນນີ້, ພໍ່​ແມ່​ປະ​ຊາ​ຊົນ​ອາ​ດ​ຈະ​ໄດ້​ຮັບ​ຊົມ, ອ່ານ​ສິ່ງ​ພິມຫຼາຍ​ຢ່າງ. ດັ່ງ​ນັ້ນ ມັນ​ມີ​ຄວາມ​ໝາຍ​ທີ່​ດີ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຈິດ​ໃຈ​ອ່​ວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ, ກົກ​ເຂົ້າ​ເຫງົ້າ​ກໍ່. ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ.”


ຂ່າວ/ບົດ​ອື່ນ