ງານບຸນໝາກອະງຸ່ນແລະເຫຼົ້າແວງສາກົນທີ່ເປັນເອກະລັກສະເພາະຢູ່ນິງທ້ວນ

ງານບຸນໝາກອະງຸ່ນແລະເຫຼົ້າແວງສາກົນທີ່ເປັນເອກະລັກສະເພາະຢູ່ນິງທ້ວນ - ảnh 1
ການປະຊຸມຂ່າວໃນວັນທີ 7/7
(ພາບຈາກອີນເຕີເນັດ)

(vovworld) - ງານ​ບຸນ​ໝາກ​ອະ​ງຸ່ນ ​ແລະ ​ເຫຼົ້າ​ແວງສາກົນ - ນິງທ້ວນ 2014 ​ໄດ້ດຳ​ເນີນ​ແຕ່​ວັນ​ທີ 14 – 19/7 ຢູ່​ນະຄອນ ຟານຣາງ - ທາ​ບຈາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບາງນັກ​ຄົ້ນ​ຄ້ວາ​ພ້ອມ​ດ້ວຍບັນດາ​ວິ​ສາ​ຫະກິດ ຜະລິດ​ປຸ່ງ​​ແຕ່ງໝາກ​ອະ​ງຸ່ນທັງພາຍ​ໃນ ​ແລະ ຕ່າງປະ​ເທດ​. ທີ່​ການປະ​ຊຸມ​ຂ່າວ​ໃນ​ວັນ​ທີ 7/7 ຢູ່​ນະຄອນ ຟານຣາງ - ທາ​ບຈາມ , ການ​ນຳ​ແຂວງ ນິງທ້ວນ​ໃຫ້​ຮູ້​ວ່າ: ງານ​ບຸນ​ໝາກ​ອະ​ງຸ່ນ ​ແລະ ​ເຫຼົ້າ​ແວງສາກົນ​ແມ່ນ​ເຫດການ​ວັດທະນະທຳ, ​ເສດຖະກິດ, ສັງຄົມ​ຂອງ​ແຂວງ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນຄ່າ​ຂອງ​ຕົ້ນ​ອະ​ງຸ່ນ, ​ເຊິ່ງ​ແມ່ນ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຂວງ. ນີ້​ກໍ່​ແມ່ນ​ໂອກາດ​ສືບ​ຕໍ່​ແນະນຳຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ, ​ໂຄສະນາ​ການທ່ອງທ່ຽວ​​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ແຂວງ ນິງທ້ວນ. ​ໃນ​ຂອບ​ເຂດ​ງານ​ບຸນ ໄດ້ຈັດ​ກອງ​ປະຊຸ​ມສຳ​ມະ​ນາ 2 ຄັ້ງ ​ດ້ວຍຫົວເລື່ອງ “ການ​ກຳນົດ​ທິດ​ພັດທະນາ​ຕົ້ນ​ໝາກ​ອະ​ງຸ່ນ ​ແລະ ​ເຫຼົ້າ​ແວງ ນິງທ້ວນ” ​ແລະ “ພັດທະນາ​ການທ່ອງທ່ຽວ​ເຂດ​ແຄມ​ທະ​ເລ​ພາກ​ກາງ​ຕິດ​ພັນ​ກັບ​ເຂດ​ໄຕ​ຫງວຽນ”.

   

ຂ່າວ/ບົດ​ອື່ນ