ງານປະກວດຄວາມຮູ້ ຄວາມສາມາດພະນັກງານ ຫໍສະໝຸດລາວ-ຫວຽດນາມ

ງານປະກວດຄວາມຮູ້ ຄວາມສາມາດພະນັກງານ ຫໍສະໝຸດລາວ-ຫວຽດນາມ - ảnh 1
ຫວຽດນາມ ​ແລະ ລາວ​ໄດ້​ແລກປ່ຽນ​ວຽກ​ງານ​ຫໍສະໝຸດ​​ເປັນ​ປະຈຳ
     (ພາບ : baomoi.com)


vovworld-ຕອນ​ເຊົ້າ 27/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ຖະ​ແຫຼ​ງຂ່າວ-ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ​ໄດ້​ສົມທົບກັບ ກະຊວງ​ວັດທະນະທຳ -ກິ​ລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ສູນວັດທະນະທຳ​ຫວຽດນາມ​ປະຈຳ​ລາວ​ໄດ້​ຈັດ​ງານ​ປະ​ກວດ​ຄວາມ​ຮູ້​ຄວາມ​ສາມາດ​ພະນັກງານ​ຫໍ​ສະໝຸດລາວ - ຫວຽດນາມ, ຊຶ່ງ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ພະນັກງານ​ນັບ​ຮ້ອຍ​ຄົນທີ່​ມາ​ຈາກ ຫໍສະໝຸດ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຂອງ​ລາວ. ການ​ປະ​ກວດລວມມີ 3 ​ເນື້ອ​ໃນ​ຄື : ​ແນະນຳ​ທິມງານ; ​ໂຄສະນາ​ແນະນຳ​ປຶ້ມ​ອ່ານ ​ແລະ ພອນ​ສະຫວັນ. ງານ​ປະ​ກວດ​ໄດ້​ປະກອບສ່ວນ​ຍົກສູງລະດັບ​ວິຊາ​ສະ​ເພາະ, ວິຊາ​ຊີບ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ຫໍສະໝຸ​ດລາວ; ​ເປີດ​ກ້ວາງ​ການ​ພົວພັນ​ແລກ​ປ່ຽນ​ບົດຮຽນ​ລະຫວ່າງ​ຫໍສະໝຸດຂອງ 2 ປະ​ເທດ​ຫວຽດນາມ-ລາວ. ​ໂດຍ​ຖືກ​ດຳ​ເນີນ​ໃນ​ບັນຍາກາດ​ແຫ່ງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ-ລາວ, ບັນດາ​ລາຍການ​ສະ​ແດງ​ທີ່​ມີ​ເນື້ອ​ໃນ​ຍ້ອງຍໍ​ສັນລະ​ເສີນ​ຜູ້ນຳ​ຂອງ 2 ປະ​ເທດ ​ແລະ ຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ-ລາວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ ສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ; 30 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ ​ແລະ ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ 2012.

ຂ່າວ/ບົດ​ອື່ນ