ງານ​ປະ​ກວດສຽງ​ເພງ ອ​າ​ຊຽນ +3 ຄັ້ງ​ທີ 2 ປີ 2019 ປະ​ສົມ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

(VOVWORLD) -ຜ່ານການສະແດງຂອງຜູ້ເຂົ້າຮ່ວມງານປະກວດ 10 ຄົນ ທີ່ເຂົ້າຮ່ວມຮອບຊິງຊະນະເລີດ, ຄະນະກຳມະການໄດ້ຕັດສິນໃຫ້ຜູ້ເຂົ້າແຂ່ງຂັນ Rosario Ninih Chamini Bianis ມາຈາກປະເທດ ມຽນມາ, ໄດ້ຮັບລາງວັນທີ 1. ນອກຈາກນັ້ນ, ນັກຮ້ອງສອງຄົນ ແມ່ນ ເຈິ່ນຮົ່ງຍຸງ (ຫວຽດນາມ) ແລະ Aicelle Anne Coronel Santos (ຟີລິບປິນ)ໄດ້ຮັບລາງວັນທີ 2, ນັກຮ້ອງ 2 ຄົນແມ່ນ Olivia Christina (ອິນໂດເນເຊຍ) ແລະ Eint Chit (ມຽນມາ) ໄດ້ຮັບລາງວັນທີ 3.
ງານ​ປະ​ກວດສຽງ​ເພງ ອ​າ​ຊຽນ +3 ຄັ້ງ​ທີ 2 ປີ 2019 ປະ​ສົມ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ - ảnh 1ນັກຮ້ອງ Rosario Ninih Chamini Bianis ມາຈາກປະເທດ ມຽນມາ ຜູ້ໄດ້ຮັບລາງວັນທີ 1

ຕອນຄ່ຳວັນທີ 28 ກໍລະກົດ, ຮອບຊິງຊະນະເລີດງານປະກວດສຽງເພງ ອາຊຽນ +3 ຄັ້ງທີ 2 ປີ 2019 ໄດ້ດຳເນີນຢູ່ ແຂວງກ໋ວາງນິງ ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ເຈືອງຮ່ວາບິງ, ທ່ານ ຜູ້ອຳນວຍການໃຫຍ່ຂອງວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເທ໊ກິ, ບັນດາເຈົ້າໜ້າທີ່, ແຂກຖືກເຊີນພ້ອມດ້ວຍຊາວແຂວງກ໋ວາງນິງ ເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໊ກິ ໃຫ້ຮູ້ວ່າ:

        ງານປະກວດສຽງເພງ ອາຊຽນ +3 ໂດຍ VOV ຈັດຕັ້ງ 2 ປີ ເທື່ອໜຶ່ງ ແມ່ນການແຂ່ງຂັນ ແລະ ໂອກາດທີ່ດີ ເພື່ອໃຫ້ບັນດານັກສິລະປິນ, ນັກຮ້ອງໄດ້ພົບປະກັນສະແດງຄວາມສາມາດ ແລະ ນ້ຳໃຈຂອງຕົນຕໍ່ຄູ່ຮ່ວມງານ ແລະ ມະຫາຊົນທີ່ນິຍົມຊົມຊອບດົນຕີ. ເຫດການດົນຕີອັນຍິ່ງໃຫຍ່ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຫວຽດນາມ ເພື່ອສະເຫຼີມສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ( 8 ສິງຫາ 1967 8 ສິງຫາ 2019)

ເຂົ້າຮ່ວມງານປະກວດ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ເຈືອງຮ່ວາບິງ ໃຫ້ຮູ້ວ່າ:

        “ຂ້້າພະເຈົ້າໄດ້ຕີລາຄາສູງ  ເລື່ອງ VOV ຈັດຕັ້ງງານປະກວດດົນຕີລະດັບພາກພື້ນຄືແນວນີ້. ລັດຖະບານສະໜັບສະໜູນບັນດາການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ງານປະກວດຈະຄ່ອຍໆກາຍເປັນງານແຂ່ງຂັນທີ່ລຶ້ງເຄີຍຂອງບັນດານັກສິລະປິນ, ນັກຮ້ອງໃນເກນອາຍຸ 18 35 ປີ  ຂອງບັນດາປະເທດ ອາຊຽນ”

ຜ່ານການສະແດງຂອງຜູ້ເຂົ້າຮ່ວມງານປະກວດ 10 ຄົນທີ່ເຂົ້າຮ່ວມຮອບຊິງຊະນະເລີດ, ຄະນະກຳມະການໄດ້ຕັດສິນໃຫ້ຜູ້ເຂົ້າແຂ່ງຂັນ Rosario Ninih Chamini Bianis ມາຈາກປະເທດ ມຽນມາ, ໄດ້ຮັບລາງວັນທີ 1. ນອກຈາກນັ້ນ, ນັກຮ້ອງສອງຄົນ ແມ່ນ ເຈິ່ນຮົ່ງຍຸງ (ຫວຽດນາມ) ແລະ Aicelle Anne Coronel Santos (ຟີລິບປິນ)ໄດ້ຮັບລາງວັນທີ 2, ນັກຮ້ອງ 2 ຄົນແມ່ນ Olivia Christina (ອິນໂດເນເຊຍ) ແລະ Eint Chit (ມຽນມາ) ໄດ້ຮັບລາງວັນທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ