ງານປະກວດສຽງເພງ ອາຊຽນ + 3 ໄດ້ກຽມພ້ອມແລ້ວ

(VOVWORLD) - ເພື່ອກະກຽມໃຫ້ແກ່ງານປະກວດສຽງເພງ ອາຊຽນ + 3 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 26 – 29 ກໍລະກົດ, ໃນຫລາຍມື້ຜ່ານມາ, ຫໍວາງແຜນຜັງ, ງານຕະຫລາດນັດ - ວາງສະແດງ ແລະ ວັດທະນະທຳແຂວງ ກ໋ວາງນິງ ໄດ້ຖືກປະດັບປະດາ, ຍົກລະດັບບາງກິດຈະການຢ່າງຮີບເຮັ່ງ.

 ທ່ານ ເຈືອງແມ້ງຮຸ່ງ, ຮອງຫົວໜ້າຄະນະສົ່ງເສີມ ແລະ ໜູນຊ່ວຍການລົງທຶນແຂວງ ກ໋ວາງນິງ, ຫົວໜ່ວຍໄດ້ຮັບການໝອບໝາຍໜ້າທີ່ຄຸ້ມຄອງ ແລະ ນຳໃຊ້ບັນດາກິດຈະການໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ ພວກຂ້າພະເຈົ້າໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະໄປ ສຳຫລວດສະຖານທີ່ຈັດຕັ້ງກ່ອນ. ດ້ວຍບົດຮຽນທີ່ໄດ້ຈັດຕັ້ງບັນດາເຫດການສາກົນໃຫຍ່ມາກ່ອນແລ້ວ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຈະຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍກໍ່ຄືວຽກງານປ້ອງກັນຕ້ານອັກຄີໄພນັ້ນ ຍາມໃດກໍ່ໄດ້ຮັບການບຸລິມະສິດແຖວໜ້າ, ຮັບປະກັນຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການດ້ານເຕັກນິກທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ