ງານ​ປະ​ກວດ​ສຽງ​ເພງ​ອ​າ​ຊ​ຽ​ນ +3 ປີ 2019: ຂົວ​ເຊື່ອມ​ຕໍ່ ອ​າ​ຊຽນ​ກັບ​ເພື່ອນ​ມິດ​ສາ​ກົ​ນ

(VOVWORLD) - ສຳລັບບັນດານັກຮ້ອງ ງານປະກວດສຽງເພງ ອາຊຽນ +3 ບໍ່ພຽງແຕ່ການແຂ່ງຂັນເທົ່ານັ້ນ, ຫາກຍັງແມ່ນການສະຖານທີ່ທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບ ແລະ ຄວາມຟົດຟື້ນ ຂອງຊາວໜຸ່ມອີກດ້ວຍ.
ງານ​ປະ​ກວດ​ສຽງ​ເພງ​ອ​າ​ຊ​ຽ​ນ +3 ປີ 2019: ຂົວ​ເຊື່ອມ​ຕໍ່ ອ​າ​ຊຽນ​ກັບ​ເພື່ອນ​ມິດ​ສາ​ກົ​ນ - ảnh 1 ບັນດານັກຮ້ອງເຂົ້າຮ່ວມຮອບຊິງຊະນະເລີດງານປະກວດສຽງເພງອາຊຽນ +3 ປີ 2019

ງານປະກວດສຽງເພງ ອາຊຽນ +3 ປີ 2019 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບ ແຂວງກ໋ວາງນິງ ຈັດຕັ້ງຂຶ້ນໃນລະຫວ່າງວັນທີ 26 – 28 ກໍລະກົດ ໄດ້ສົ່ງສານຢ່າງແຮງກ່ຽວກັບນ້ຳໃຈສາມັກຄີ, ຄວາມຄາດຫວັງມີສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ. ທີ່ພິທີ, ເຖິງວ່າບັນດາຜູ້ເຂົ້າຮ່ວມງານປະກວດໄດ້ສະແດງບົດເພງດ້ວຍຫຼາຍພາສາແຕກຕ່າງກັນກໍ່ຕາມແຕ່ກໍ່ລ້ວນແຕ່ແມ່ນທຳນອງເພງທີ່ມ່ວນໆເສັນລະເສີນຊີວິດການເປັນຢູ່, ມະນຸດ ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນ.

        ເມື່ອງານປະກວດສຽງເພງ ອາຊຽນ +3 ໄດ້ອັດລົງ, ບັນດາຜູ້ເຂົ້າຮ່ວມງານປະກວດໄດ້ມອບບັນດາຄຳອວຍພອນ, ການໂອບກອດອັນອົບອຸ່ນ ແລະ ທັງບັນດາຢາດນ້ຳຕາໃນຂະນະທີ່ຕ້ອງລາຈາກກັນໄປ. ສຳລັບເຂົາເຈົ້າ, ງານປະກວດສຽງເພງ ອາຊຽນ +3 ບໍ່ພຽງແຕ່ການແຂ່ງຂັນເທົ່ານັ້ນ, ຫາກຍັງແມ່ນການສະຖານທີ່ທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບ ແລະ ຄວາມຟົດຟື້ນ ຂອງຊາວໜຸ່ມອີກດ້ວຍ, ເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້, ການພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ