ງານພົບປະກັບປະຊາຄົມສາກົນເນື່ອງໃນໂອກາດບຸນເຕັດ ປີມະແມ 2015

ງານພົບປະກັບປະຊາຄົມສາກົນເນື່ອງໃນໂອກາດບຸນເຕັດ ປີມະແມ 2015 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 10/02, ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ​້ຈັດງານ​ພົບ​ປະ​ກັບ​ບັນດາ​ອົງການ​ຕາງໜ້າ​ການ​ທູດ, ບັນດາອົງການສາກົນ ​​ແລະ ອົງການບໍ່​ຂຶ້ນ​ກັບ​ລັດຖະບານເນື່ອງ​ໃນ​ໂອກາດ​ບຸນ​ເຕັດ ປີ​ມະ​ແມ 2015.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ​ໂດຍ​ຕາງໜ້າ​ໃຫ້ການ​ນຳ​ພັກ, ລັດ​ຫວຽດນາມ ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາຄະນະ​ທູ​ຕາ​ນຸທູດ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່​ໄດ້​ສະ​ຫງວນ​ໃຫ້​ຫວຽດນາມ ​ໃນ​ປີ 2015. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​​ເນັ້ນ​ໜັກວ່າ ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆໃນ​ໂລກ ຍາມ​ໃດ​ກໍ່​ແມ່ນ​ປັດ​​ໄຈ​ສ້າງ​​​ຜົນສຳ​ເລັດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ຜົນງ​ານ​ຂອງ​ຫວຽດນາມ ​ໃນ​ຕະຫຼອດ​ໄລຍະ​​ຜ່ານ​ມາ.

        ກໍ່​ທີ່​ງານ​ພົບ​ປະ, ທ່ານ El Houcine Fardani, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ ມາຣົກ ປະຈຳ​ຫວຽດນາມ, ຫົວໜ້າ​ຄະນະທູຕານຸທູດ ​ແລະ ບັນດາ​ຜູ້ຕາງໜ້າ​ຄະນະ​ທຸ​ຕາ​ນຸທູດ ປະຈຳ​ຮ່າ​ໂນ້ຍ, ​ໄດ້​ແບ່ງປັນ​ຄວາມ​ມ່ວນ​ຊື່ນ​ຕໍ່​ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ.

    “ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ປິຕິ​ຊົມ​ຊື່​ນ​ເມື່ອ​ເຫັນ​ວ່າ ຫວຽດນາມ ພວມ​ເຊື່ອມ​ໂຍງ​​ເຂົ້າ​ພື້ນຖານ​ເສດຖະກິດ​ທົ່ວ​​ໂລກຢ່າງ​ວ່ອງ​ໄວ ຍ້ອນ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​​ໂດຍ​ລັດຖະບານປະຕິບັດ​ໃນ​ຕະຫຼອດ 30 ປີຜ່ານມາ. ​ເລື່ອງ​ລົງ​ນາມ​​ໃນເອກະສານ​ການ​ຄ້າ​ເສລີ​ຫຼາຍ​ສະບັບ, ການ​ສ້າງ​ປະຊາຊົນ​ອາ​ຊຽນ ​ໃນ​ປີ 2015 ​ແລະ ຜົນງານ​ຂອງ​ວິວັດທະນາ​ການ​ເຈລະຈາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຈະ​ຊ່ວຍ​ໃຫ້​​ເສດຖະກິດ​ຫວຽດນາມ ນັບ​ມື້​ນັບເຊື່ອມ​ໂຍງ​​ເຂົ້າ​ເສດຖະກິດ​ໂລກຢ່າງ​ເລິກ​ເຊິ່ງ, ກວ້າງຂວາງກວ່າ”.

ຂ່າວ/ບົດ​ອື່ນ