ງານພົບປະມິດຕະພາບ ຫວຽດນາມ - ຮຸງກາຣີ

(VOVWORLD) - ງານພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຮຸງກາຣີ (ວັນທີ 20 ສິງຫາ) ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ໂດຍສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີ ຈັດຕັ້ງ ຖືກດໍາເນີນໃນຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ. 

       ກ່າວຄໍາເຫັນທີ່ງານພົບປະ, ທ່ານ ຫງວຽນດັງວາງ ປະທານສະມາຄົມມິດຕະພາບ ຫວຽດນາມ - ຮຸງກາຣີ ໄດ້ສະແດງຄວາມປິຕິຊົມຊືນຕໍ່ບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງປະຊາຊົນສອງປະເທດ ບັນລຸໄດ້ໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ວິທະຍາສາດເຕັກໂນໂຢລີ, ການສຶກສາ ກໍຄື ມີບັນດາບາດກ້າວພັດທະນາໃໝ່ໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ຮຸງກາຣີ. ຕາມທ່ານ ຫງວຽນດັງວາງ ແລ້ວ, ຊຸມປີມໍ່ໆມານີ້, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການເປີດກວ້າງ ແລະ ພັດທະນາຢ່າງແຮງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ໃນໄລຍະຈະມາເຖິງ, ສອງປະເທດ ຈະຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ຮຸງກາຣີ ປະຈໍາຫວຽດນາມ Ory Csaba ຢັ້ງຢືນວ່າ ການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງ ປະຊາຊົນ ຮຸງກາຣີ ແລະ ຫວຽດນາມ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງດີງາມໃນທຸກຂົງເຂດຄື ການຕ່າງປະເທດ, ເສດຖະກິດ, ການສຶກສາ, ວັດທະນະທໍາ, ວິທະຍາສາດເຕັກນິກ ຢ່າງບໍ່ຢຸດຢັ້ງ.


ຕອບກັບ

ຂ່າວ/ບົດ​ອື່ນ