ງານພົບປະມິດຕະພາບລະຫວ່າງຄະນະກຳມະການກວດກາສູນກາງພັກຫວຽດນາມ - ລາວ

ງານພົບປະມິດຕະພາບລະຫວ່າງຄະນະກຳມະການກວດກາສູນກາງພັກຫວຽດນາມ - ລາວ - ảnh 1

(vovworld) ນັບ​ແຕ່​ວັນ​ທີ 28/6-01/7, ຢູ່​ແຂວງ​ເງ້ອານ ​ໄດ້​ຈັດ​ຕັ້ງ​ງານພົບ​ປະ​ເຈລະຈາ ແລະ ແລກປ່ຽນ​ລະຫວ່າງຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ​ແລະ ຄະນະ​ກຳມະການ​ກວດການ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ດ້ວຍ​ຫົວ​ຂໍ້​ວ່າ ”ຄວາມ​ມິດຕະພາບ​ຫວຽດນາມ - ລາວ”. ​ເນື້ອ​ໃນ​ຕົ້ນ​ຕໍ່​ໃນ​ການ​ສຳ​ມະ​ນາ​ລະຫວ່າງ​ສອງ​ຝ່າຍ​ແມ່ນ​ສຸມ​ໃສ່​ບັນດາ​ບັນຫາ​ຄື: ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ບັນດາ​ຄະນະ​ພັກ ​ແລະ ຂອງ​ຄະນະ​ກຳມະການ​ກວດ​ກາ​ພັກ ທີ່​ມີ​ຕໍ່​ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ສະມາຊິກ​ພັກ​ຕາມ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ​ແກ້​ໄຂ​ບັນດາ​ບັນຫາ​ຜ່ານ​ການ​ຕິດຕາມ​ກວດກາ, ບົດຮຽນ​ຕົວ​ຈິງ​ໃນ​ການຕ້ານ​ສໍ້​ລາດ​ບັງ​ຫຼວງ… ການພົບ​ປະ​ເຈລະຈາ​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ຂອງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ, ​ເຊິ່ງຖືກ​ຈັດ​ຂຶ້ນ​ກົງ​ກັບ​ໂອກ​ກາດ​ສອງ​ປະ​ເທດ​ພວມ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ຕ່າງໆ ​ເພື່ອສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ

 

ຂ່າວ/ບົດ​ອື່ນ