ງານພົບປະມິດຕະພາບລະຫວ່າງສະຖານທູດຫວຽດນາມ ແລະ ສະຖານ ທູດລາວ ປະຈຳຈີນ

ງານພົບປະມິດຕະພາບລະຫວ່າງສະຖານທູດຫວຽດນາມ ແລະ ສະຖານ ທູດລາວ ປະຈຳຈີນ - ảnh 1

(ພາບປະກອບ: vinhcity.gov.vn)


(vovworld)-ຕອນ​ບ່າຍ​ວັນ​ທີ 8/9, ສະຖານທູດ​ຫວຽດນາມ ​ແລະ ສະຖານທູດ​ລາວ​ປະຈຳ​ຈີນ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ມິດຕະພາບ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​(5/9/1962-5/9/2012) ”ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ” ​ແລະ 35 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ລາວ 18/7/1977-18/7/2012)ງານ​ພົບ​ປະ​​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ  ດ້ວຍ​ການ​ແຂ່ງຂັນ​ກິລາ​ຄື: ຕີ​ດອກ​ຂົນ​ໄກ່, ປິງປອງ … ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ​ມິດຕະພາບ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນ Nguyen Van Tho ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ​ໄດ້​ກາຍ​ເປັນ​ກົດ​ເກັນ​ແຫ່ງ​ໄຊຊະນະ​ຂອງ​ການ​ປະຕິວັດ​ແຕ່ລະ​ປະ​ເທດ, ຕິດ​ພັນ​ກັບ​ຜົນສຳ​ເລັດ​ກໍ່​ຄື​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ຂອງ 2 ປະ​ເທດ. ​ໃນ​ສະຖານະ​ການ​ໂລກ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຄື​ປະຈຸ​ບັນ, ຫວຽດນາມ ​ແລະ ລາວ​ຄວນ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ທະວີ, ພັດທະນາ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງຍິ່ງ​ຂຶ້ນ.

ຂ່າວ/ບົດ​ອື່ນ