ງານພົບປະມິດຕະພາບສະເຫລີມສະຫລອງ40ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ການາດາ

ງານພົບປະມິດຕະພາບສະເຫລີມສະຫລອງ40ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ການາດາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ກ່າວຄຳເຫັນທີ່ງານພົບປະ
ພາບ:internet


(vovworld)-ຕອນ​ຄຳ່​ວັນ​ທີ 21/8 ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ງານ​ພົບ​ປະ​ມິດ​ຕະພາບ​ຫວຽດນາມ - ກາ​ນາ​ດາ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ກາ​ນາ​ດາ(21/8/1973-21/8/2013). ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເນັ້ນ​ຫນັກ​​ເຖິງ​ບັນດາ​ການ​ປະກອບສ່ວນ​ຂອງ ກາ​ນາ​ດາ ​ໃນ​ວິວັດ​ການ​ຢຸດຕິ​ສົງຄາມ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຖື​ວ່າ: ນີ້​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ດີ​​ເພື່ອ​ຊ່ວຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​​ໃນ​ທຸກ​ຂົງ​ເຂດຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນນີ​ງ ​ເນັ້ນ​ຫນັກ​ວ່າ:          “ຍາມ​ໃດ​ຫວຽດນາມ​ກໍ​ຖື​ການ​ພົວພັນ​ກັບ ກາ​ນາ​ດາ​ເປັນ​ສຳຄັນ ​ແລະ ຊົມ​ເຊີຍ​ເລື່ອງ​ກາ​ນາ​ດາ​ ນັບ​ມື້​ນັບ​​ເອົາ​ໃຈ​ໃສ່ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ສຳລັບພາກ​ພື້ນ ອາຊີ ປາ​ຊີ​ຟີ​ກ, ​ໃນ​ນັ້ນ ມີ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ຫວຽດນາມ. ​ໃນ​ສະພາບ ຫວຽດນາມ ພວມ​ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ພວກ​ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ຂອງ​ສອງ​ປະ​ເທດ.”

        ສ່ວນ​ທ່ານ​ນາງ Deborah Chatsis ​ເອກ​ອັກ​ຄະ​ລັດຖະທູດ ກາ​ນາ​ດາ ປະຈຳ​ຫວຽດນາມ ຢືນຢັນ​ວ່າ: ຫວຽດນາມ ​ແລະ ກາ​ນາ​ດາ ມີ​ສາຍ​ພົວພັນ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ, ການ​ຕ່າງປະ​ເທດ​ປະຊາຊົນ, ການ​ສຶກສາ.

ຂ່າວ/ບົດ​ອື່ນ