ງານພົບປະມິດຕະພາບຫວຽດນາມ - ກຳປູເຈຍ

ງານພົບປະມິດຕະພາບຫວຽດນາມ - ກຳປູເຈຍ - ảnh 1
ທ່ານນາງ Men sam om, ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານກຳປູ​ເຈຍ
( ພາບ: baodongnai.com.vn )

(vovworld) – ວັນ​ທີ 2/8, ຢູ່​ແຂວງດົ່ງ​ນາຍ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ ຈັດ​ຕັ້ງງານ​ພົບ​ປະ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ປະຊາຊົນ​​ຄັ້ງ​ທີ 3, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ - ກຳປູ​ເຈຍ ​ແລະ ”ປີ​ມິດຕະພາບຫວຽດນາມ - ກຳປູ​ເຈຍ 2012”. ການ​ນຳ​ສະມາຄົມ​ມິດຕະພາບ​ສອງ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ມິດຕະພາບ, ຄວາມ​ສະໜິດ​ຕິດ​ພັນ​ຂອງ​ຫວຽດນາມ ​ແລະ ກຳປູ​ເຈຍ​ໃນ 45 ປີ​ທີ່​ຜ່ານ​ມາ. ສອງ​ປະ​ເທດ​ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ປະຊາຊົນ​ສອງ​ປະ​ເທດ​ແມ່ນ​ອ້າຍ​ນ້ອງ​ທີ່ີມີ​ຄວາມ​ສະໜິດ​ຕິດ​ພັນ, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ເພື່ອ​ສິດ​ເສລີ, ຄວາມ​ຜາ​ສຸກ ​ແລະ ສ້າງສາ​ປະ​ເທດ​ໃຫ້​ພັດທະນາ. ຕີ​ລາຄາກ່ຽວ​ກັບ​ອາລົມ​ຈິດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ, ທ່ານນາງ Men sam om, ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ, ປະທານ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ ​ເວົ້າ​ວ່າ: ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຢ່າງ​ເລິກ​ເຊິ່ງຕໍ່​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ໄດ້​ຮຽງ​ບ່າ​ຮຽງ​ໄຫຼ່​​ກັບ​ທະຫານ​ແນວ​ໂຮມ​ສາມັກຄີ​​ກຳປູ​ເຈຍ​ສູ້​ຮົບ​ກູ້​ເອົາ​ປະ​ເທດ​ກຳປູ​ເຈຍ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ລະບອບດັບ​ສູນ​ເຊື້ອ​ຊາດທີ່​ໂຫດຮ້າຍ​ສາມານ​ຂອງ​ຂະ​ແມ​ແດງ. ພວກ​ຂ້າພະ​ເຈົ້າ​ຂໍຂ​ອບອົກ​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ທີ່​ໄດ້​ສືບ​ຕໍ່​ຮ່ວມ​ມື ​ແລະ ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ກຳປູ​ເຈຍ. ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ​ເລື່ອງ​ສອງ​ປະ​ເທດ​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ - ກຳປູ​ເຈຍ ​ແລະ ປີ​ມິດຕະພາບຫວຽດນາມ - ກຳປູ​ເຈຍ ນີ້​ ຈະ​​ເປັນ​ການ​ເພີ່ມ​ທະວີ​, ເປີດ​ກວ້າງ​ການ​ຮ່ວມ​ມື​​ລະຫວ່າງ​ສອງ​ປະ​ເທດ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ທັງ​ສອງ​ປະ​ເທດ, ​ແລະ ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ທັງປະຊາ​ຄົມ​ອາ​ຊຽນ.

 

ຂ່າວ/ບົດ​ອື່ນ