ງານພົບປະສັງສັນ ແລະ ອວຍພອນປີໃຫມ່ດຳເນີນໄປຢູ່ຫລາຍທ້ອງຖິ່ນ

ງານພົບປະສັງສັນ ແລະ ອວຍພອນປີໃຫມ່ດຳເນີນໄປຢູ່ຫລາຍທ້ອງຖິ່ນ - ảnh 1
ພາບປະກອບ
(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນປີ​​ໃໝ່​ປະຈຳ​ຊາດ ປີ​ມະ​ເສ​ງ 2013, ນະຄອນ ຫາຍ​ຟ່ອງ ​ໄດ້​ສະຫງວນເງິນ​ເກືອບ 40 ຕື້​ດົ່ງ​ເພື​່ອມອບ​ຂອງຂວັນ​ໃຫ້ແກ່ເປົ້າ​ໝາຍ​ນະ​ໂຍບາຍ, ຄົນ​ທຸກ​ຍາກ ​ແລະ ​ໃກ້​ຖືກ​ຈັດ​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ ​ເກືອບ 100.000 ​ເປົ້າ​ໝາຍ. ທ່ານ ຫງວຽນ​ແບກ​ຟ໋າຍ (Nguyen Bach Phai), ຫົວໜ້າ​ພະ​ແນ​ກ​ແຮງ​ງານ, ທະ​ຫານ​ເສຍ​ອົງຄະ ​ແລະ ສັງຄົມ​ນະຄອນ ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ:

“ຄາດໝາຍ​ຂອງ​ນະຄອນ​ໃນ​ປີ​ນີ້​ແມ່ນ​ຜູ້​ທຸກ​ຍາກ ​ແລ​ະ ​ໃກ້​ຈະຖືກ​ຈັດ​ເຂົ້າໃນ​ລະດັບ​ຄອບຄົວ​ທຸກ​ຍາກ ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ໃນ​ໂອກາດ​ບຸນ​ເຕັດ​. ສ່ວນ​ທາງ​ນະຄອນກໍ ໄດ້​ຫັກງົບປະມານ​ເພື່ອ​ໜູນ​ຊ່ວຍ​ແຕ່​ລະຄອບຄົວທຸກ​ຍາກ ​ແລ​ະ ​ໃກ້​ຈະຖືກ​ຈັດ​ເຂົ້າໃນ​ລະດັບ​ຄອບຄົວ​ທຸກ​ຍາກ​ດ້ວຍ​ມູນ​ຄ່າ 200.000 ດົ່ງ ​ເພື່ອ​ຕ້ອນຮັບ​ປີ​ໃໝ່ ​ແລະ​ ທີ່ 2​ ​ແມ່ນ​ເມືອງຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໝູ່​ຄະນະ​ໄດ້ມອບຂອງຂວັນ​​ໃຫ້​ບັນດາ​ຄອບຄົວທຸກ​ຍາກ ​ແລ​ະ ​ໃກ້​ຈະຖືກ​ຈັດ​ເຂົ້າໃນ​ລະດັບ​ຄອບຄົວ​ທຸກ​ຍາກ​ມີ​ ປີ​ໃໝ່​ພູດ​ໜຶ່ງ​ນອກຈາກ​ຂອງຂວັນ​ຂອງ​ນະຄອນ. ປະຈຸ​ບັນ, ອຳນາດ​ການ​ປົກ​ຄອງ​ເມືອງ, ຕາ​ແສງ ພວມ​ດຳ​ເນີນ​ການມອບ​ຂອງຂວັນ​ໂດ​ຍກົງ​ໃຫ້​ບັນດາ​ເປົ້າ​ໝາຍ​ມີ​ຄຸນງາມຄວາມດີ, ​ເປົ້າ​ໝາຍ​ທຸກ​ຍາກ, ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ມອບ​ຂອງຂວັນ ​ແລະ ​ເງິນ​ທົງໝົດ​ຮອດ​ວັນ​ທີ 27/12 ໄລ່ຕາມຈັນທະປະຕິທິນ”

        ​ເນື່ອງ​ໃນ​ໂອກາດ​ນີ້, ນະຄອນ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຫົວໜ່ວຍ​ເບິ່ງ​ແຍງ​ດູ​ແລ ຜູ້​ມີ​ຄຸນງາມຄວາມດີ ​ແລະ ຄົນ​ພິການ. ​ແນວ​​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງໆ ຢູ່ ນະຄອນ ຫາຍ​ຟ່ອງ ​ໄດ້​ມອບ​ຂອງຂວັນ​ບຸນ​ເຕັດ 26.000 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 ດົ່ງ ມອບ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ.
ງານພົບປະສັງສັນ ແລະ ອວຍພອນປີໃຫມ່ດຳເນີນໄປຢູ່ຫລາຍທ້ອງຖິ່ນ - ảnh 2
ພາບປະກອບ

        ແລະໃນຊຸມມື້ນີ້ ຢູ່ ຫລາຍທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ຈັດຕັ້ງງານພົບ​ສັງ​ສັນກັບ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ເມືອ​ຕ້ອນຮັບ​ບຸນ​ປີ​ໃຫມ່​ຢູ່ ບ້ານ​ເກີດ​​ເມືອງ​ນອນ. ວັນ​ທີ 6/2, ຊາວ​ຫວຽດນາມ ອາ​ໄສ​ຢຸູ່ຕ່າງປະ​ເທດ 50 ຄົນ​ຕາງຫນ້າ​ໃຫ້ 9000 ຄົນ ຂອງ​​ແຂ​ວງ ​ເຮົ້າ​ຢາງ ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ງານພົບ​ປະ​ສັງ​ສັນ​ຕົ້ນ​ລະດູບານ​ໃຫມ່ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຈັດ​ຕັ້ງ​ຂຶ້ນ. ​ໃນ​ວັນ​ດຽວ​ກັນ ຢູ່ ນະຄອນ ດາ​ຫນັງ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ​ ດາ​ຫນັງ ກໍ​ໄດ້​ຈັດ​ຕັ້ງ​ງານພົບ​ປະ​ສັງ​ສັນ​ຜູ້​ແທນ 500 ຄົນ​ທີ່​ຕາງຫນ້າ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຂອງ ນະຄອນ​ກວ່າ 2000 ຄົນ​ທີ່ກັບ​ຄືນ​ເມືອ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ.

​ແລະ​ກໍ່​​ເນ່ືອງ​ໃນ​ໂອກາດ​ນີ້, ງານ​ບຸນ​ຫນັງສືພິມ​ລະດູບານ​ໃຫມ່ ກໍຖືກໄຂຂຶ້ນ​ໃນ​ວັນ​ທີ 6/2 ຢູ່ ​ແຂວງ ຊອກ​ຈັງ. ງານ​ບຸນ​ປີ​ນີ້​ໄດ້​ວາງສະ​ແດງ​ປື້​ມ​ເກືອບ 400 ​​ເຫລັ້ມ, ຫນັງສືພິມ, ວາລະສານ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ​. ນອກ​ນັ້ນ ຍັງ​ວາງສະ​ແດງ​ຮູບ​ພາບ​ນັບ​ຮ້ອຍ​ແຜ່ນ​ ​ເພ່ືອ​ຮັບ​ໃຊ້​ຄວາມ​ຕ້ອງການທາງດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ໃນ​ຊຸມ​ມື້ບຸນ​ເຕັດ.

​​ໃນ​ວັນ​ດຽວ​ກັນ, ຢູ່ ​ແຂວງ ​ເລີມ​ດົ່ງ ​ແລະ ​ແຂວງ ​ແຄງ​ຮ່ວາ ກໍ​ໄດ້​ຈັດ​ງານ​ບຸນ​ຫນັງສືພິມ​ລະດູບານ​ໃຫມ່​ເຊັ່ນ​ດຽວ​ກັນ.

 

 

 

ຂ່າວ/ບົດ​ອື່ນ