ງານ​ພົບ​ປະ​ສັງ​ສັນ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​​ໃນ​ໂອກາດບຸນປີ​ໃໝ່ປີຊວດ 2020 ​ໄດ້ຈັດ​ຂຶ້ນ​ຢູ່ທ້ອງຖິ່ນ​ຕ່າງໆ

(VOVWORLD) -ວັນທີ 20 ມັງກອນ, ຢູ່ແຂວງ ຈ່າວິງ ໄດ້ຈັດຕັ້ງງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໂອກາດປີໃໝ່ປີຊວດ 2020 ດ້ວຍການເຂົ້າຮ່ວມຂອງຊາວຈ່າວິງ ທີ່ພວມດໍາລົງຊີວິດຢູ່ ອາເມລິກາ, ຝລັ່ງ, ເຢຍລະມັນ, ການາດາ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ສ.ເກົາຫຼີກວ່າ 100 ຄົນ. 
ງານ​ພົບ​ປະ​ສັງ​ສັນ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​​ໃນ​ໂອກາດບຸນປີ​ໃໝ່ປີຊວດ 2020 ​ໄດ້ຈັດ​ຂຶ້ນ​ຢູ່ທ້ອງຖິ່ນ​ຕ່າງໆ - ảnh 1ງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຂຶ້ນຢູ່ແຂວງຊອກຈັງ (ພາບ:  TTXVN)

        ທີ່ພິທີ, ທ່ານ ເລຮວ່າງທ້ວນ ຊາວຫວຽດນາມອາໄສຢູ່ ອາເມລິກາ ຢັ້ງຢືນວ່າ: ພໍ່ແມ່ພີ່ນ້ອງຊາວຈ່າວິງ ອາໄສຢູ່ຕ່າງປະເທດ ຈະເສີມຂະຫຍາຍມູນເຊື້ອສາມັກຄີ, ສືບຕໍ່ແບ່ງປັນ, ປະກອບສ່ວນພ້ອມກັບການນໍາພັກ, ລັດ, ອໍານາດການປົກຄອງແຂວງ  ເພື່ອກໍ່ສ້າງ ແລະ ພັດທະນາ ຈ່າວິງ ໃຫ້ນັບມື້ນັບຮັ່ງມີສວຍງາມ ແລະ ວັດທະນາຖາວອນກວ່າເກົ່າ.

        ໃນວັນດຽວກັນ, ຢູ່ແຂວງ ຊອກຈັງ ແລະ ແຂວງນິງທ້ວນຂອງຫວຽດນາມ ກໍໄດ້ຈັດງານພົບປະສັງສັນຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ ກັບເມືອປະເທດຕ້ອນຮັບບຸນປີໃໝ່ປະຈໍາຊາດປີ ຊວດ 2020 ເຊັ່ນດຽວກັນ. 


ຕອບກັບ

ຂ່າວ/ບົດ​ອື່ນ