ງານພົບປະສັງສັນສະເຫຼີມສະຫອງ70ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ

ງານພົບປະສັງສັນສະເຫຼີມສະຫອງ70ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ - ảnh 1
ງານ​ພົບ​ປະ​ສັງ​ສັນ​ທີ່​ເປັນ​ມູນ​ເຊື້ອ​ພະນັກງານຕຳຫຼວດ​ລຸ້ນຕ່າງໆ
(ພາບ:cand.com.vn)


​​(vovworld) – ວັນ​ທີ 13/08, ຕຳຫຼວດ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ພົບ​ປະ​ສັງ​ສັນ​ທີ່​ເປັນ​ມູນ​ເຊື້ອ​ພະນັກງານຕຳຫຼວດ​ລຸ້ນຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດຫວຽດນາມ ​ເຈີ​ນດ້າຍ​ກວາງ ​ໄດ້​ຮຽກຮ້ອງ​ວ່າ, ​ໃນ​ຕໍ່ໜ້າ, ຕຳຫຼວດ​ຮ່າ​​ໂນ້ຍ ຕ້ອງສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາພັກ, ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​ໃນ. ​ໃນ​ນັ້ນ​ສຸມ​ໃສ່​ຮັກສາ​ຄວາມ​ສະຫງົບ​ປອດ​ໄພໃຫ້​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ນະ​ຄອນ​ຮ່າ​ໂນ້ຍຄັ້ງ​ທີ 16 ກ້າວ​ໄປ​ເຖິງ​ກອງ​ປະຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ​ເນື່ອງ​​​ໃນ​ໂອກາດ​ນີ້​ ທ່ານ ເຈີ​ນດ້າຍ​ກວາງ ​ໄດ້​ມອບ​ນາມມະຍົດ​ວິລະ​ຊົນກຳລັງ​ປະກອບ​ອາ​ວຸດ​ໄລຍະ​ຕໍ່​ສູ້​ຕ້ານ​ຈັດ​ກະ​ພັດ​ອາ​ເມ​ລິ​ກາ ​ຂອງ​ປະທານ​ປະ​ເທດ ທີ່​ມອບ​ໃຫ​​​້ຕຳຫຼວດ​ນະຄອນ​ຮ່າ​​ໂນ້ຍ.

ຂ່າວ/ບົດ​ອື່ນ