ງານພົບປະສັງສັນ,ອວຍພອນບຸນປີໃຫມ່ Chol ChnamThmay ຂອງຊາວເຜົ່າຂະແມ

ງານພົບປະສັງສັນ,ອວຍພອນບຸນປີໃຫມ່ Chol ChnamThmay ຂອງຊາວເຜົ່າຂະແມ - ảnh 1
ບຸ​ນປີ​ໃຫ​ມ່ Chol Chnam Thmay ຂອງຊາວເຜົ່າຂະແມ
ພາບ:baoanhdatmui.com


(vovworld) -  ​ເນື່ອງໃນ​ໂອກາດ​ບຸ​ນປີ​ໃຫ​ມ່ Chol Chnam Thmay ປີ 2013, ບັນດາ​ທ້ອງ​ຖິ່ນ​ຊື່​ງມີ​ຊາວ​ຊົນ​ເຜົ່າ​ຂະ​ແມ​ດຳລົງ​ຊີວິດ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ, ອວຍພອນ​ບຸນປີ​ໃຫມ່ Chol Chnam Thmay ບັນດາ​ນັກບວດ, ພະນັກງານ, ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​ຊາວ​ເຜົ່າ​ຂະ​ແມ. ວັນ​ທີ 10/4, ຢູ່​ແຂວງ ຊອກ​ຈັງ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ອວຍພອນ​ປີ​ໃຫມ່ Chol Chnam Thmay ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 350 ຄົນ​ທີ່​ຕາງຫນ້າ​ໃຫ້​ບັນດາ​ຄອບຄົວ​ທະ​ຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ ວິລະ​ຊົນ, ພະນັກງານ​ດີ​ເດັ່ນ​ຂອງ​ຊາວ​​ເຜົ່າ​ຂະ​ແມ, ບັນດາພະ​ມະຫາ​ອາຈານ, ພະ​ອາຈານທີ່​ຕາງຫນ້າ​ໃຫ້ 92 ວັດ​ໃນ​ແຂວງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫວໍ​ມີນຈຽນ, ​ເລຂາ​ຄະນະ​ພັກ​ແຂວງ ຊອກ​ຈັງ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໄລຍະ​ຈະ​ມາ​ເຖິງ,​ ​ແຂວງ ຊອກ​ຈັງ​ສືບ​ຕໍ່​ໂຄສະນາ, ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ອົງຄະ​ນະ​ພັກ​ສຳລັບ​ວຽງ​ການ​ເຂດ​ຊົນ​ເຜົ່າ​ຂະ​ແມ, ລະດົມ​ທຸກ​            ແຫ​ລ່ງກຳລັງ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ ​ແລະ ກໍ່ສ້າງ​ສຳ​ເລັດ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ຊົນ​ເຜົ່າ, ຍູ້​ແຮງ​ວຽກ​ງານສຶກສາ, ​ບຳລຸງ​ສ້າງ, ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ຫນຸ່ມ​ຊົນ​ເຜົ່າ, ປະຕິບັດ​ແຜນ​ຮ່າງ​ສອນ​ວິຊາ​ຊີບ​ໃຫ້​ແກ່​ນັກຮຽນ​ກິນ​ນອນ​ຊົນ​ເຜົ່າ.

ຢູ່​ແຂວງ ຈາ​ວີ​ງ, ບັນດາ​ພະນັກງານ​ນັກ​ປະຕິວັດ​ອະ​ວຸ​ໂສ, ຜູ້​ມີຍົດ​ຖາ​ບັນດາສັກ​ສະ​ແດງ​ຄວາມ​ປະຕິ​ຊົມ​ຊື່ນ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ຂະ​ແມຈາກ​ອຳນາດ​ການ​ປົກຄອງ.

 

 

ຂ່າວ/ບົດ​ອື່ນ